ແຂວງລາວກາຍ: ເສດຖະກິດ ດ່ານຊາຍແດນແມ່ນກຳລັງໜູນເພື່ອພັດທະນາ

ແຂວງລາວກາຍ: ເສດຖະກິດ ດ່ານຊາຍແດນແມ່ນກຳລັງໜູນເພື່ອພັດທະນາ - ảnh 1
(ພາບປະກອບ)
(vovworld) -  ວົງ​ເງິນຂາ​ອອ​ກ - ຂາ​ເຂົ້າ​ຜ່ານ​ດ່ານ​ຊາຍ​ແດນ​ແຂວງ​ລາວ​ກາຍ ​ໃນ​ປີ 2013 ຄາດ​ວ່າ​ບັນດາ​ລຸ 1,45 ຕື້ USD, ​ເທົ່າ​ທຽມ​ກັບ 81,4% ​ເມື່ອ​ທຽບ​ໃສ່​ຄາດໝາຍ​ຂອງ​ແຜນຮ່າງ​ຮອດ​ປີ 2015. ລະດັບ​ເຕີບ​ໂຕ​ເສດຖະກິດສະເລ່ຍ​ໄລຍະ​ແຕ່​ປີ 2011 – 2013 ບັນລຸ​ໄດ້ 28,3%/ປີ, ​ລື່ນ​ກ່າຍ 6% ​ເມື່​ອທຽບ​ໃສ່​ຄາດໝາຍ​ທີ່​ໄດ້​ວາງ​ອອກ. ນັ້ນ​ແມ່ນການ​ຕີ​ລາຄາ​ຂອງ​ການ​ນຳ​ແຂວງ​ລາວ​ກາຍ ທີ່​ກອງ​ປະຊຸມ​ສະຫຼຸບ​ສະພາບ​ການ​ປະຕິບັດ​ແຜນຮ່າງນ​ພັດທະນາ​ການ​ຄ້າ, ການ​ບໍ​ລິ​ການ ​ແລະ ​ເຊື່ອມ​ໂຍງ​ເສດຖະກິ​ດສາກົນ​ແຂວງ​ລາວ​ກາຍ ​ໄລຍະ​​ແຕ່ປີ 2011 – 2015, ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/05. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ຜູ້​​ແທນ​ໄດ້​ປຶກສາ​ຫາລື​ເລື່ອງ​ຍົກ​ສູງ​ບົດບາ​ດ, ລັກສະນະ​ເປັນ​ເຈົ້າ​ການ​ຂອງ​ອົງການ​ວິຊາ​ການ​ຢູ່​ບັນດາ​ດ່ານ​ຊາຍ​​ແດນ; ຍູ້​ແຮງ​ການ​ພັດທະນາ​ການກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ; ພັດທະນາ​ຕະຫຼາດການ​ຄ້າ, ຕະຫຼາດຊົນນະບົດ ​ເພື່ອ​ແນ​ໃສ່ພົວພັນ​ແລກປ່ຽນສິນຄ້າ; ຈັດ​ຕັ້ງງານ​ຕະຫຼາດນັດ​ເພື່ອ​ດຶງ​ດູດ​ການ​ລົງທຶນ, ຍົກ​ສູງ​ຄຸນະພາບ​ສິນຄ້າ ​ແລະ ​ເພີ່ມ​ຄວາມ​ສາມາດ​ແກ່ງ​ແຍ້​ງ; ​ເພີ່ມ​ທະວີ​ການ​ຮ່ວມ​ມືພາຍ​ໃນ​ປະ​ເທດ ​ແລະ ຮ່ວມ​ມື​ກັບ​ສາກົນ, ປັບປຸງ​ບັນດາ​ສັນຍາ​ກ່ຽວ​ກັບ​ການ​ຂົນ​ສົ່ງ, ການ​ຄ້າ.
ຂ່າວ/ບົດ​ອື່ນ