ແງ່ຫວັງເພີ່ມທະວີການຮ່ວມມືດ້ານພະລັງງານລະຫວ່າງບັນດາປະເທດເຂດອ່າວເປີເຊຍ ແລະ ຈີນ

(VOVWORLD) -ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ບໍ່ສະໜອງຂໍ້ມູນລະອຽດກ່ຽວກັບການຢ້ຽມຢາມຂອງ ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ເຂດອ່າວເປີເຊຍ
ແງ່ຫວັງເພີ່ມທະວີການຮ່ວມມືດ້ານພະລັງງານລະຫວ່າງບັນດາປະເທດເຂດອ່າວເປີເຊຍ ແລະ ຈີນ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 10 ມັງກອນ, ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ທີ່ມີນຳ້ມັນບໍ່ຫຼາຍຢູ່ເຂດອ່າວເປີເຊຍ ໄດ້ເດີນທາງໄປຮອດນະຄອນຫຼວງ ບັກກິງ ໃນຂອບເຂດການຢ້ຽມຢາມ ຈີນ ທີ່ແກ່ຍາວເປັນເວລາ 5 ມື້.

        ຕາມແຈ້ງການຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ, ເຈົ້າໜ້າທີ່ ຈາກບັນດາປະເທດ Saudi Arabia, Kuwait, Oman ແລະ Bahrain ກໍ່ຄືທ່ານເລຂານຸການໃຫຍ່ສະພາການຮ່ວມມືເຂດອ່າວເປີເຊຍ (GCC) Nayef bin Falah al-Hajrah, ໄປຢ້ຽມຢາມ ຈີນ ແຕ່ວັນທີ 10 ຫາ 14 ມັງກອນ. ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ບໍ່ສະໜອງຂໍ້ມູນລະອຽດກ່ຽວກັບການຢ້ຽມຢາມຂອງ ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ເຂດອ່າວເປີເຊຍ, ແຕ່ຄາດວ່າ, ບັນດາຝ່າຍຈະປຶກສາຫາລືກ່ຽວກັບຄວາມສາມາດເພີ່ມທະວີການພົວພັນດ້ານພະລັງງານກັບ ບັກກິງ.

ຕອບກັບ

ຂ່າວ/ບົດ​ອື່ນ