ແຕ່ວັນທີ 25/10, ໄດ້ດຳເນີນງານບຸນແກ່ວງໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ

ແຕ່ວັນທີ 25/10, ໄດ້ດຳເນີນງານບຸນແກ່ວງໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ - ảnh 1
ງານບຸນແກ່ວ​ງໝາກ​ຄອນ
(ພາບປະກອບຈາກ: Minh Chí - TTXVN)

(vovworld) – ​​ງານ​ບຸນ​ຖືກຈັດ​ຕັ້ງ​ເປັນ​ຄັ້ງ​ທຳອິດ​ຢູ່​ແຂວງ ດ້ຽນບຽນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ 3 ປະ​ເທດ​ປະມານ 1.500 ຄົນ.

​ໃນ​ຂອບ​ເຂດ​ງານ​ບຸນ, ມີ​ການ​ເຄື່ອນ​ໄຫວ​ພົບ​ປະ​​ແລກປ່ຽນ​ວັດທະນະທຳ, ສີ​ລະ​ປະ​ພ້ອມ​ກັບ​ກິລາ​ປະ​ເພດ​ຕ່າງໆ ​ແລະ ບັນດາ​ການລະຫຼີ້ນ​ບັນ​ເທິງ​ອີກ.

ນະຄອນ ດ້ຽນບຽນ​ຝູ ​ໄດ້​ເລີ່​ມປະຕິບັດ​ວຽກ​ງານ​ກະກຽມ​ໃຫ້​ແກ່​ງານ​ບຸນແກ່ວ​ງໝາກ​ຄອນ ຫວຽດນາມ - ລາວ - ຈີນ ​ແຕ່​ເດືອນ 3/2013, ຄາດ​ວ່າ​ຈະ​ສຳ​ເລັດ​ວຽກ​ງານ​ກະກຽມ​ຊ້າ​ທີ່​ສຸດ​ໃນ​ວັນ​ທີ 23/10.

ນີ້​ແມ່ນ​ຄັ້ງ​ທີ 3 ທີ່ທ້ອງ​ຖີ່​ນຕ່າງໆຂອງ 3 ປະ​ເທດ​ສົມທົບ​ກັບ​ຈັດ​ຕັ້ງງາ​ນບຸນແກ່ວ​ງໝາກ​ຄອນ. 2 ຄັ້ງ​ກ່ອນ, ງານ​ບຸນ​ໄດ້​ດຳ​ເນີນ​ຢູ່​ເມືອງ ຢາງ​​ແທ່ງ, ​ແຂວງ ​ຢວຽນ​ໜານ ປະ​ເທດ​ຈີນ.

 

ຂ່າວ/ບົດ​ອື່ນ