ແນະນຳກ່ຽວກັບງານຕະຫຼາດນັດການທ່ອງທ່ຽວສາກົນ ນະຄອນ ໂຮ່ຈີມິນ

ແນະນຳກ່ຽວກັບງານຕະຫຼາດນັດການທ່ອງທ່ຽວສາກົນ ນະຄອນ ໂຮ່ຈີມິນ - ảnh 1
Logo ຂອງລາຍການ

(vovworld) – ງານ​ຕະຫຼາດນັດ​ການທ່ອງທ່ຽວ​ສາກົນ​ນະຄອນ ​ໂຮ່ຈີ​ມິນ ​ຈະ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 12 – 14/9, ຢູ່​ສູນ​ງານ​ຕະຫຼາດ​ນັດ​ ​ໄຊ​ງ່ອນ, ນະຄອນ ​ໂຮ່ຈີ​ມິນ. ງານ​ຕະຫຼາດນັດ​ມີ​ສານ​ທີ່​ວ່າ “5 ປະ​ເທດ - ຈຸດ​ນັດພົບ​ດຽວ”, ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ບັນດາ​ປະ​ເທດ ລາວ, ກຳປູ​ເຈຍ, ມຽນມາ, ​ໄທ ​ແລະ ຫວຽດນາມ. ນີ້​ແມ່ນ​ເຫດການ​ທ່ອງ​ທ່ຽວ​ສາກົນ​ປະຈຳ​ປີ​ໃຫຍ່​ສຸດ​ຢູ່ ຫວຽດນາມ ​ແລະ ພາກ​ພື້ນ​ແມ່​ນຳ​້ຂອງ ດ້ວຍ​ຈຸດໝາຍ​ຕົ້ນ​ຕໍ່​ແມ່ນ​ໂຄສະນາ​ພາບ​ພົດ​ຈຸດ​ນັດ​ພົບ​ຂອງ​ບັນດາ​ປະ​ເທດ ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ, ​ໄທ. ງານ​ຕະຫຼາດ​ນັດ​ດຶງ​ດູດ 300 ຫົວໜ່ວຍ​ເຂົ້າ​ຮ່ວມ​ທີ່​ມາ​ຈາກ 50 ຈຸດ​ນັດ​ພົບ​ຂຶ້ນ​ກັບ 17 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ​​ໂດຍຖືກ​ດຳ​ເນີນ​ໄປ​ໃນ​ເວລາ 3 ວັນ, ງານ​ຕະຫຼາດນັດ​ມີ​ຫຼາຍ​ເຫດການ​ຄື: ກອງ​ປະຊຸມ​ລັດຖະມົນຕີ​ການ​ທ່ອງ​ທ່ຽວອົງການ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດຖະກິດ Ayeawadi – Chao Phreaya – ​Mekong (ACMECS ) ຄັ້ງ​ທີ 1, ກອງ​ປະຊຸມ​ເຈົ້າ​ຄອງ​ນະ​ຄອນ​ບັນດາ​ນະຄອນ​ທ່ອງ​ທ່ຽວ​ຢູ່​ເຂດ​ລຸ່ມ​ແມ່​ນ້ຳຂອງ, ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ສະຫງວນ​ໃຫ້​ຜູ້​ຊື້ ​ແລະ ຜູ້​ຂາຍ​, ການພົບ​ປະກັບ​ບັນດາ​ວິ​ສາ​ຫະກິດ​​ທ່ອງ​ທ່ຽວ,ບັນດາ​ອົງການ​ສົ່ງ​ເສີມ​ການທ່ອງທ່ຽວ​ຂອງ​ບັນດາ​ປະ​ເທດ, ລາງວັນ​ທ່ອງ​ທ່ຽວ 5 ປະ​ເທດ, ງານ​ຕະຫຼາດນັດ​ສະ​ຫງວນ​ໃຫ້​ນັກທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ