ແນະນຳກ່ຽວກັບເວທີປາໄສເສດຖະກິດຕາເວັນອອກໄກຄັ້ງທີ່2ຢູ່Vladivostok ກັບບັນດາປະເທດAPECປະຈຳລັດເຊຍ

ແນະນຳກ່ຽວກັບເວທີປາໄສເສດຖະກິດຕາເວັນອອກໄກຄັ້ງທີ່2ຢູ່Vladivostok ກັບບັນດາປະເທດAPECປະຈຳລັດເຊຍ - ảnh 1
ການ​ພົບ​ປະ​ ​ກັບ​ຜູ້​ຕາງ​ໜ້​າ​ສະ​ຖານ​ທູດ ແລະ ອົງ​ການ​ຕ່າງ​ປະ​ເທດ
 ຂອງ​ບັນ​ດາ​ປະ​ເທດ APEC ປະ​ຈຳ​ ລັດ​ເຊຍ

(vovworld)- ໃນ​ຕອນ​ເຊົ້າ​ ວ​ັນ​ທີ 27/6, ຢູ່​ນະ​ຄອນຫຼວງ​ມົດ​ສະ​ກູ, ສະ​ຫະ​ພັນ​ລັດ​ເຊຍ, ກະ​ຊວງ​ການ​ຕ່າງ​ປ​ະເທດ​ລັດເຊຍ ​ສົບ​ທົບ​ກັບ​ກອງ​ທຶນ “Ros-con-gress” ຈັດ​ການ​ພົບ​ປະ​ ​ກັບ​ຜູ້​ຕາງ​ໜ້​າ​ສະ​ຖານ​ທູດ ແລະ ອົງ​ການ​ຕ່າງ​ປະ​ເທດ ຂອງ​ບັນ​ດາ​ປະ​ເທດ APEC ປະ​ຈຳ​ ລັດ​ເຊຍ, ເພື່ອ​ແນະ​ນຳ​ ກ່ຽວ​ກັບ​ເວ​ທີ​ເສດ​ຖະ​ກິດ​ຕາ​ເວັນ​ອອກ​ໄກ ​ຄັ້ງ​ທີ 2, ທີ່ຈະ​ນຳ​ເນີນ​ໃນ​ລະ​ຫວ່າງ ວັນ​ທີ 2-3/9 ຈະ​ມາ​ເຖິງ. ລາຍ​ງານ​ກ່ຽວ​ກັບ​ຂອບ​ຂະ​ໜາດ, ເປົ້າ​ໝາຍ, ຄວາມ​ໝາຍ ​ທີ່​ເວ​ທີ​ເສດ​ຖະ​ກິດ​ຕາ​ເວັນ​ອອກ​ໄກ ​ຄັ້ງ​ທີ 2 ໃກ້​ຈະ​ດຳ​ເນີນ, ທ່ານ Alechxandr Osipov, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ, ຮັບ​ຜິດ​ຊອບ​ວຽກ​ງານ​ພັດ​ທະ​ນາ​ເຂດຕາ​ເວັນ​ອອກ​ໄກ​ລັດ​ເຊຍ ໃຫ້​ຮ​ູ້​ວ່າ: ນີ້ກໍ່​ແມ່ນ​ເວ​ທີປາ​ໄສ​ທີ່ ​ມີ​ຂອບ​ຂະ​ໜາດບໍ່​ໜ້ອຍ​ໜ້າ​ກັບ​ເວ​ທີປາ​ໄສ​ເສດ​ຖະ​ກິດ​​ປະ​ຈຳ​ປີ ຢູ່ Sanh Petecbua. ເວ​ທີ​ປາ​ໄສເພື່ອແນ​ໃສ່​ເພີ່​ມ​ທະ​ວີ​ການ​ພົວ​ພັນ ​ຂອງ​ປະ​ຊາ​ຄົມ​ລົງ​ທຶນ​ສາກ​ົນ, ບັນ​ດາ​ວິ​ສາ​ຫະ​ກິດ​ລັດ​ເຊຍ, ບັນ​ດາ​ອົງ​ການ​​ຈັດ​ຕັ້ງອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ພາກ​ພື້ນ ແລະ ສະ​ຫະ​ພັນ; ຕີ​ລາ​ຄາ​ຮອບ​ດ້ານ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ ຂອງ​ເຂດ​ຕາ​ເວັນ​ອອກ​ໄກ​ລັດ​ເຊຍ ກໍ່​ຄື​ຍົກ​ສູງ​ລັກ​ສະ​ນະແກ້ງແຍ້ງ ແລະ ກຳ​ລັງ​ດຶງ​ດູດ​ການ​ລົງ​ທຶນ​ ຂອງ​ຂົງ​ເຂດ, ​ໃນທົ່ວ​ປະ​ເທດ ກໍ່​ຄື​ລະ​ດັບ​ສາ​ກົນ; ແນະ​ນຳ​ບັນ​ດາ​ເງື່ອນ​ໄຂ​ໃໝ່​ ໃຫ້​ການ​ເຄື່ອນ​ໄຫວ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ ຄື​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ, ທ່າ​ເຮືອ Vladivostok ເສ​ລີ, ການ​ໜູນ​ຊ່ວຍ​ຂອງ​ລັດ ດ້ວຍບັນ​ດາ​ໂຄງ​ການ​ລົງ​ທຶນ​ທີ່​ມີ​ແງ່​ຫວັງ.

 

ຂ່າວ/ບົດ​ອື່ນ