ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ພັດ​ທະ​ນາ​ພະ​ລັງ​ງານ​ແບບ​ຍືນ​ຍົງ

(VOVWORLD) -ຕອນບ່າຍວັນທີ 24 ກັນຍາ, ຢູ່ຮ່າໂນ້ຍ, ສູນພັດທະນາປະດິດຄິດສ້າງສີຂຽວ (GreenID) ແລະ ສະຫະພັນພະລັງງານແບບຍືນຍົງ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາ “ລັກສະນະທີ່ເປັນໄປໄດ້ໃນການປະຕິບັດການວາງແຜນກຳນົດໄຟຟ້າ VIII: ຈາກແງ່ມູນດ້ານການເງິນ”. 
ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ພັດ​ທະ​ນາ​ພະ​ລັງ​ງານ​ແບບ​ຍືນ​ຍົງ - ảnh 1ພາບປະກອບ: nangluongsachvietnam.vn 

ນີ້ກໍ່ແມ່ນການໂອ້ລົມສົນທະນາຄັ້ງທີ 2 ຂອງ GreenID ທີ່ໄດ້ຈັດຕັ້ງປະຈຳໄລຍະປີ ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານຈາກການຄົ້ນຄ້ວາ ແລະ ການເຄື່ອນໄຫວ ພຶດຕິກຳຕົວຈິງທັງຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບຫົວຂໍ້ພັດທະນາພະລັງງານແບບຍືນຍົງໃນໄລຍະຈະມາເຖິງ.

ທີ່ການໂອ້ລົມສົນທະນາ, ມີນັກຊ່ຽວຊານ, ຜູ້ແທນເຂົ້າຮ່ວມຫຼາຍຄົນ ຕ່າງກໍ່ແບ່ງປັນ, ປຶກສາຫາລືກົນໄກນະໂຍບາຍເພື່ອຮັກສາຄວາມສົມດູນອັນໃຫຍ່ຫຼວງກ່ຽວກັບພະລັງງານ ແລະ ພັດທະນາກໍ່ຄືລະດົມບັນດາແຫຼ່ງທຶນໃຫ້ແກ່ການພັດທະນາພະລັງງານສະອາດ. ພ້ອມກັນນັ້ນ ບັນດາຜູ້ແທນໄດ້ສະເໜີແນະ ຕໍ່ລັດຖະບານ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຄົ້ນຄ້ວາການປະກາດໃຊ້ກົນໄກທີ່ເໝາະສົມກ່ຽວກັບລາຄາຊື້ໄຟຟ້າໃນໄລຍະທີ່ມີຄວາມຕ້ອງການຕ່ຳ ແລະ ໄລຍະທີ່ມີຄວາມຕ້ອງການສູງ…

ຕອບກັບ

ຂ່າວ/ບົດ​ອື່ນ