ແຜນການພົບປະຂັ້ນສຸດຍອດ 4 ຝ່າຍປຶກສາຫາລື ກ່ຽວກັບຢູແກຼນ ຖືກຍຸບເລີກ
ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Frank Walter Steinmeier
(ພາບ: AP)
(vovworld) – ຄວາມຫວັງກ່ຽວກັບການພົບປະຂັ້ນສຸດຍອດ 4 ຝ່າຍຢູ່ ກາຣັກສຖານ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂໃຫ້ວິກິດການຢູ່ຢູແກຼນ ໂດຍໄວໄດ້ຖືກຍຸບເລີກ ດ້ວຍເຫດຜົນຕົ້ນຕໍ່ແມ່ນ “ບໍ່ມີເງື່ອນໄຂຢ່າງພຽງພໍ” ໃຫ້ການພົບປະຄືແນວນັ້ນ. ກ່າວຄຳເຫັນໃນຄໍ່າຄືນວັນທີ 12/01, ພາຍຫຼັງການພົບປະທີ່ແກ່ຍາວເປັນເວລາ 4 ຊົ່ວໂມງກັບບັນດາຜູ້ຮ່ວມຕໍ່າແໜ່ງລັດເຊຍ, ຢູແກຼນ ແລະ ຝລັ່ງ ຢູ່ ແບກລິນ, ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Frank Walter Steinmeier ໃຫ້ຮູ້ວ່າ, ການເຈລະຈາໄດ້ດຳເນີນໄປຢ່າງເປີດເຜີຍ, ແຕ່ປະຈຸບັນບໍ່ທັນມີເງື່ອນໄຂຢ່າງພຽງພໍເພື່ອດຳເນີນການພົບປະຂັ້ນສຸດຍອດລະຫວ່າງທ່ານນາຍົກລັດຖະມົນຕີເຢຍລະມັນ, ປະທານາທິບໍດີຢູແກຼນ, ປະທານາທິບໍດີລັດເຊຍ ແລະ ປະທານາທິບໍດີຝລັ່ງ. ທ່ານລັດຖະມົນຕີການຕ່າງປະເທດ Steinmeier ໃຫ້ຮູ້ວ່າ, ທ່ານ ແລະ ບັນດາຜູ້ຮ່ວມຕໍ່າແໜ່ງ 3 ປະເທດລັດເຊຍ, ຢູແກຼນ ແລະ ຝລັ່ງ ອາດຈະສືບຕໍ່ພົບປະກັນໃນຊຸນອາທິດຕໍ່ໄປ ເພື່ອປຶກສາຫາລືກ່ຽວກັບຄວາມສາມາດດຳເນີນການເຈລະຈາຂັ້ນສຸດຍອດ 4 ຝ່າຍດັ່ງກ່າວ.