ແອັດ​ສະ​ປາຍ, ນອກ​ແວ ແລະ ອຽກ​ລັງ ຮັບ​ຮອງ​ລັດ ປາ​ແລັດ​ສະ​ຕິນ ຢ່າງ​ເປັນ​ທາງ​ການ

(VOVWORLD) -   ວັນທີ 28 ພຶດສະພາ, ແອັດສະປາຍ, ນອກແວ ແລະ ອຽກລັງ ໄດ້ຮັບຮອງລັດ ປາແລັດສະຕິນ ຢ່າງເປັນທາງການ. ສາມປະເທດ ເອີຣົບ ຖືວ່າ ການກະທຳຂອງເຂົາເຈົ້າຈະສົ່ງເສີມບັນດາປະເທດອື່ນປະຕິບັດຕາມ.
ແອັດ​ສະ​ປາຍ, ນອກ​ແວ ແລະ ອຽກ​ລັງ ຮັບ​ຮອງ​ລັດ ປາ​ແລັດ​ສະ​ຕິນ ຢ່າງ​ເປັນ​ທາງ​ການ - ảnh 1ລັດຖະມົນຕີການຕ່າງປະເທດ ແອັດສະປາຍ, ນອກແວ ແລະ ອຽກລັງ (ພາບ: Reuters)

ທ່ານລັດຖະມົນຕີການຕ່າງປະເທດ ນອກແວ Espen Barth Eide ເນັ້ນໜັກວ່າ ນີ້ແມ່ນ “ວັນພິເສດໃນການພົວພັນ ລະຫວ່າງ ນອກແວ - ປາແລັດສະຕິນ”. ຕາມທ່ານລັດຖະມົນຕີການຕ່າງປະເທດ ນອກແວ ແລ້ວ, ນອກແວແມ່ນໜຶ່ງໃນບັນດາປະເທດສະໜັບສະໜູນລັດ ປາແລັດຕິນ ໃນໄລຍະກວ່າ 30 ປີຜ່ານມາ.

        ໂຄສົກລັດຖະບານ ແອັດສະປາຍ, ທ່ານ Pilar Alegria ກໍໄດ້ຢັ້ງຢືນວ່າ ຄະນະລັດຖະບານປະເທດນີ້ ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຮອງຮັບລັດ ປາແລັດສະຕິນ ຢ່າງເປັນທາງການ, ຖືນີ້ “ແມ່ນວັນປະຫວັດສາດ”.  

        ສ່ວນຝ່າຍ ອຽກລັງ, ດ້ວຍເລື່ອງຮັບຮອງລັດ ປາແລັດສະຕິນ, ປະເທດນີ້ຮຽກຮ້ອງໃຫ້ສິ້ນສຸດການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ ເພື່ອສິ້ນສຸດວິນາດສະກຳມະນຸດສະທຳຢູ່ເຂດ ກາຊາ.


ຕອບກັບ

ຂ່າວ/ບົດ​ອື່ນ