ແຮງງານ ຫວຽດນາມ ກ່ວາ 140.000 ຄົນໄປເຮັດວຽກຢູ່ຕ່າງປະເທດໃນປີ 2018

(VOVWORLD) -   ປີ 2018, ແມ່ນປີທີ 5 ຢ່າງລຽນຕິດທີ່ ຫວຽດນາມ ໄດ້ສົ່ງແຮງງານກ່ວາ 100.000 ຄົນໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາຂອງແຕ່ລະປີ
ແຮງງານ ຫວຽດນາມ ກ່ວາ 140.000 ຄົນໄປເຮັດວຽກຢູ່ຕ່າງປະເທດໃນປີ 2018 - ảnh 1ພາບປະກອບ

ກົມຄຸ້ມຄອງແຮງງານຕ່າງປະເທດ (ຂຶ້ນກັບກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ) ໃຫ້ຮູ້ວ່າ: ຍອດຈຳນວນແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດໃນປີ 2018 ບັນລຸໄດ້ກ່ວາ 140.000 ຄົນ, ລື່ນກາຍ 27% ເມື່ອທຽບໃສ່ແຜນການວາງອອກຂອງປີ.

        ປີ 2018, ແມ່ນປີທີ 5 ຢ່າງລຽນຕິດທີ່ ຫວຽດນາມ ໄດ້ສົ່ງແຮງງານກ່ວາ 100.000 ຄົນໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາຂອງແຕ່ລະປີ. ໃນນັ້ນ, ຍີ່ປຸ່ນ ໄດ້ບືນຕົວຂຶ້ນເປັນຕະຫຼາດຮັບແຮງງານຫຼາຍທີ່ສຸດ, ຖັດມາແມ່ນ ໄຕ້ຫວັນ (ປະເທດຈີນ); ຕະຫຼາດ ສ. ເກົາຫຼີ ຍືນອັນດັບທີ 3… ທ່ານນາງ ເຈິ່ນທິເວິນຮ່າ, ຫົວໜ້າພະແນກຂໍ້ມູນຂ່າວສານ, ກົມຄຸ້ມຄອງແຮງງານຢູ່ຕ່າງປະເທດ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ), ໃຫ້ຮູ້ວ່າ:

        “ຈຳນວນຜູ້ອອກແຮງງານກ່ວາ 140.000 ຄົນ ປະກອບສ່ວນເຂົ້າໃນຜົນສຳເລັດຂອງວຽກງານນີ້ໃນສະພາບການທີ່ວຽກເຮັດງານທຳຢູ່ພາຍໃນປະເທດຍັງປະສົບກັບຄວາມຫຍຸ້ງຍາກ. ເລື່ອງຊາວ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດດ້ວຍລະດັບເງິນເດືອນສູງກ່ວາ ແລະ ຮ່ຳຮຽນເອົາບົດຮຽນເມື່ອເຮັດວຽກຢູ່ຕ່າງປະເທດ ທີ່ກັບເມືອປະເທດໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງວຽກງານນີ້ໃນປີ 2018 ຫຼາຍສົມຄວນ. ພິເສດແມ່ນການຍົກສູງຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດໄປເຮັດວຽກຢູ່ຕ່າງປະເທດກໍ່ເປັນສິ່ງທີ່ເປັນໜ້າເອົາໃຈໃສ່ໃນປີ 2018”

ຕອບກັບ

ຂ່າວ/ບົດ​ອື່ນ