ໂຄງການ“ຊາວ ຫວຽດນາມບຸລິມະ ສິດໃຊ້ສິນຄ້າ ຫວຽດນາມ“ໄດ້ ແຜ່ຂະຫຍາຍ ຢ່າງກວ້າງຂວາງ

ໂຄງການ“ຊາວ ຫວຽດນາມບຸລິມະ ສິດໃຊ້ສິນຄ້າ ຫວຽດນາມ“ໄດ້ ແຜ່ຂະຫຍາຍ ຢ່າງກວ້າງຂວາງ - ảnh 1
(ພາບ:
mattran.org.vn)

(vovworld) – ພາຍຫຼັງ​ປະຕິບັດ​ບັ້ນຂົນຂວາຍ ​“ຊາວ​ຫວຽດນາມບຸລິມະສິດໃຊ້ ສິນຄ້າຫວຽດນາມ“  ເປັນ​ເວລາ 4 ປີ, ​ໂຄງການ​ໄດ້​ຂະຫຍາຍ​ອອກ​ຢ່າງ​ແຮງ​ໃນ​ສະຕິ​ຄວາມ​ຮັບ​ຮູ້​ຂອງ​ຜູ້​ໃຊ້​ສອຍ, ​ໃນ​ນັ້ນມີ​ຜູ້​ໃຊ້​ສອຍ 71% ​ເຊື່ອໝັ້ນຕໍ່​ສິນຄ້າ​ຫວຽດນາມ ມີ​ຄຸນ​ນະພາ​ບສູງ ​ແລະ ສິນຄ້າ​ຫວຽດນາມ ກວມ​ເອົາ​ອັດຕາ​ສ່ວນ 80-90% ​ໃນ​ລະບົບ​ຮ້ານ​ສັບພະ​ສິນຄ້າ, ສະຖານ​ທີ່​ຂາຍ​ສິນຄ້າ​ທີ່​ມີ​ລາຄາ​ປົກກະຕິ. ກ່າວ​ຄຳ​ເຫັນ​ກັບ​ການ​ນຳ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໃນ​ໂອກາດ​ກວດກາ​ການ​ປະຕິບັດ ບັ້ນຂົນຂວາຍ ​“ຊາວ​ຫວຽດນາມບຸລິມະສິດໃຊ້ ສິນຄ້າຫວຽດນາມ“  ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 8/1 ຢູ່​ຮ່າ​ໂນ້ຍ, ທ່ານ​ຫງວຽນ​ທ້ຽນ​ເຍິນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຫົວໜ້າ​ຄະນະ​ຊີ້​ນຳ​ບັ້ນຂົນຂວາຍຖື​ວ່າ ​ໃນ​ປີ 2014, ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ  ຕ້ອງ​ສ້າງ​ຄາດໝາຍ​ເພື່ອ​ຕີ​ລາຄາ​ໝາກຜົນ​ຂອງ​ບັ້ນຂົນຂວາຍ, ທ່ານ​​ເນັ້ນໜັກ​ວ່າ:

   “ຖ້າ​ມີ​ຄາດໝາຍ​ແລ້ວ​ພວກ​ເຮົາ​ຈະ​ວາງ​ອອກ​ມາດ​ຕະການ​ສຳລັບ​ສິນຄ້າ​ແຕ່ລະ​ປະ​ເພດ. ຄວນ​ສ້າງ​ບາງ​ຄາດໝາຍ ​ແລະ ມີ​ມາດ​ຕະການ​ສະ​ເພາະ ​ແລະ ວິ​ສາ​ຫະກິດ​ຜະລິດ​ປະ​ເພດ​ສິນຄ້າ​ນັ້ນຈະ​ປະຕິບັດ​ພ້ອມ​ກັບ​ພວກ​ເຮົາ, ຊ້ຳບໍ່​ໜຳ​ວິ​ສາ​ຫະກິດຈະ​ປະກອບ​​ເຂົ້າ​ໃນ​ການ​ສົ່ງ​ເສີມ​ປະ​ເພດ​ສິນຄ້າ​ຂອງ​ຕົນ ​ແລະ  ລັດຈະ​ໜູນ​ຊ່ວຍ​ຕື່ມ​ອີກ“.

ຂ່າວ/ບົດ​ອື່ນ