ພາບປະກອບ
|
(vovworld) - ນາຍົກລັດຖະມົນຕີຫວຽດນາມຫາກໍເຊັນຂໍ້ຕົກລົງອະນຸມັດຜ່ານໂຄງການພັດທະນາການສົ່ງອອກສິນໃນນ້ຳຮອດປີ 2015 ແລະ ກຳນົດທິດຮອດປີ 2020. ຕາມນັ້ນແລ້ວ, ຈຸດໝາຍລວມແມ່ນ: ສືບຕໍ່ພັດທະນາການສົ່ງອອກສິນໃນນ້ຳຕາມທິດໝັ້ນຄົງ, ມີຄວາມສາມາດແກ່ງແຍ້ງສູງ, ແມ່ນ 1 ໃນ 10 ປະເທດສົ່ງອອກສິນໃນນ້ຳອັນດັບໜຶ່ງຂອງໂລກ. ຮອດປີ 2020, ສືບຕໍ່ແມ່ນຂະແໜງສົ່ງອອກຕົ້ນຕໍ, ປະກອບສ່ວນສຳຄັນນຳເສດຖະກິດຊົນນະບົດພັດທະນາແບບຍືນຍົງ, ດ້ວຍລະດັບການເຕີບໂຕກ່ວາ 7%, ມູນຄ່າການສົ່ງອອກຄາດວ່າບັນດລຸແຕ່ 10 – 10,5 ຕື້ USD.