ໂຄ​ສະ​ນາ​ຄວາມ​ງາມ​ຂອງ ຫວຽດ​ນາມ ຢູ່ ງານ​ຕະຫຼາດ​ນັດ​ສາ​ກົນ UN Bazaar 2022

(VOVWORLD) -ຄະນະຜູ້ຕາງໜ້າ ຫວຽດນາມ ໄດ້ແນະນຳກັບເພື່ອນມິດສາກົນ ບັນດາຜະລິດຕະພັນສິລະປະກຳຫັດຖະກຳທີ່ເປັນເອກະລັກສະເພາະ ແລະ ບັນດາເຍື່ອງອາຫານທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງວັດທະນະທຳ ຫວຽດນາມ;
ໂຄ​ສະ​ນາ​ຄວາມ​ງາມ​ຂອງ ຫວຽດ​ນາມ ຢູ່ ງານ​ຕະຫຼາດ​ນັດ​ສາ​ກົນ UN Bazaar 2022 - ảnh 1ບັນດາຜູ້ແທນຖ່າຍຮູບຢູ່ຮ້ານວາງສະແດງຂອງ ຫວຽດນາມ

ວັນທີ 22 ພະຈິກ, ຢູ່ສຳນັກງານຫ້ອງວ່າການ ສປຊ ປະຈຳ ເຊີແນວ, ປະເທດ ສະວິດ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນ UN Bazaar 2022 ໂດຍສະຫະພັນແມ່ຍິງ ສປຊ (UNWG) ຈັດຂຶ້ນ ເພື່ອລະດົມທຶນຊ່ວຍເຫຼືອເດັກຜູ້ປະສົບກັບຄວາມຫຍຸ້ງຍາກໃນທົ່ວໂລກ, ໃນນັ້ນ ມີເດັກນ້ອຍ ຫວຽດນາມ. ຢູ່ທີ່ນີ້, ຄະນະຜູ້ຕາງໜ້າ ຫວຽດນາມ ໄດ້ແນະນຳກັບເພື່ອນມິດສາກົນ ບັນດາຜະລິດຕະພັນສິລະປະກຳຫັດຖະກຳທີ່ເປັນເອກະລັກສະເພາະ ແລະ ບັນດາເຍື່ອງອາຫານທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງວັດທະນະທຳ ຫວຽດນາມ; ຈັດງານວາງສະແດງພາບແຕ້ມ 15 ແຜ່ນຂອງນັກຊ່ຽວຊານ ຟ້າມນາມກິມ, ອະດີດຜູ້ອຳນວຍການທະນາຄານ ລັດ Vaud, ສະວິດ.

 

ຕອບກັບ

ຂ່າວ/ບົດ​ອື່ນ