ໂຄສະນາຄວາມງາມຂອງຊຸດເສື້ອຍາວ ຫວຽດນາມ ຢູ່ ເອີລົບ

(VOVWORLD) - ນີ້ແມ່ນງານປະກວດດ້ວຍຂອບຂະໜາດ ທະວີບ ຈະໄດ້ຈັດຕັ້ງເປັນຄັ້ງທຳອິດຢູ່ ສ. ເຊັກໂກ ພາຍໃຕ້ການໜູນຊ່ວຍຂອງ ສະມາຄົມຊາວ ຫວຽດນາມ ອາໄສຢູ່ ເອີລົບ.
ໂຄສະນາຄວາມງາມຂອງຊຸດເສື້ອຍາວ ຫວຽດນາມ ຢູ່ ເອີລົບ - ảnh 1 ການປະຊຸມຂ່າວຂອງຄະນະຈັດຕັ້ງ

ນະຄອນຫຼວງ ປຣາຮາ, ປະເທດ ສ. ເຊັກໂກ ຈະແມ່ນສະຖານທີ່ຈັດຕັ້ງງານປະກວດຊຸດເສື້ອຍາວຂອງບັນດາພັນລະຍາໃນທົ່ວເອີລົບ ໃນເດືອນ ມິຖຸນາ ຈະມາເຖິງ, ເພື່ອແນໃສ່ເຊີດຊູຄວາມງາມຂອງຊຸດເສື້ອຍາວ ຫວຽດນາມ. ນີ້ແມ່ນງານປະກວດດ້ວຍຂອບຂະໜາດ ທະວີບ ຈະໄດ້ຈັດຕັ້ງເປັນຄັ້ງທຳອິດຢູ່ ສ. ເຊັກໂກ ພາຍໃຕ້ການໜູນຊ່ວຍຂອງ ສະມາຄົມຊາວ ຫວຽດນາມ ອາໄສຢູ່ ເອີລົບ.

        ທີ່ການປະຊຸມຂ່າວໄດ້ຈັດຕັ້ງໃນຕອນບ່າຍວັນທີ 7 ເມສາ, ຢູ່ນະຄອນຫຼວງ ປຣາຮາ, ທ່ານ ຟ້າມຢາເຫົ້າ, ປະທານສະມາຄົມວັດທະນະທຳສິລະປະ ຫວຽດນາມ ຢູ່ ສ. ເຊັກໂກ, ຫົວໜ້າຄະນະຈັດຕັ້ງງານປະກວດ, ໃຫ້ຮູ້ວ່າ: ເມື່ອມີຂໍ້ມູນຂ່າວສານກ່ຽວກັບງານປະກວດດັ່ງກ່າວ ໄດ້ເອົາລົງອິນເຕີເນັດໃນທ້າຍເດືອນ ມີນາ 2018, ງານປະກວດໄດ້ຮັບຄວາມສົນໃຈຂອງບັນດາຜູ້ແຂ່ງຂັນມາຈາກຫຼາຍປະເທດ ເອີລົບ ຄື: ເຢຍລະມັນ, ຮູງກາຣີ, ໂປໂລຍ, ສະໂລວາກີ, ຝຣັ່ງ, ໂຮນລັງ… ຄາດວ່າ, ຈະມີ 100 ຄົນຈະໄດ້ຮັບການເລືອກເຟັ້ນເພື່ອເຂົ້າຮ່ວມຮອບຊິງຊະນະເລີດ ຈະຈັດຕັ້ງໃນວັນທີ 15 – 16 ມິຖຸນາ.

        ຄະນະຈັດຕັ້ງຫວັງວ່າ ງານປະກວດນີ້ຈະໄດ້ຮັບການຈັດຕັ້ງ 2 ປີເທື່ອໜຶ່ງ ແລະ ບັນດາປະເທດໃນພາກພື້ນພັດປ່ຽນກັນຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ