ໂຄສະນາຊຸດເສື້ອຍາວ, ວັດທະນະທຳ, ອາຫານການກິນ ຫວຽດນາມ ຢູ່ບັນດາເຫດການແຟຊັ່ນ ລອນດອນ

(VOVWORLD) - House of iKons Fashion Week 2023 ມີການເຂົ້າຮ່ວມຂອງນາງແບບ, ນາຍແບບສາກົນ 500 ຄົນ ແລະ ນັກອອກແບບມາຈາກ ຫວຽດນາມ, ອາເມລິກາ, ອີຕາລີ, ແຟງລັງ, ອັງກິດ, ໄທ, ຟິລິບປິນ… ລວມ 28 ຄົນ.
ໂຄສະນາຊຸດເສື້ອຍາວ, ວັດທະນະທຳ, ອາຫານການກິນ ຫວຽດນາມ ຢູ່ບັນດາເຫດການແຟຊັ່ນ ລອນດອນ - ảnh 1ເສື້ອຍາວ ຫວຽດນາມ ໄດ້ສະແດງທີ່ງານແຟຊັ່ນ
(ພາບ:Hải Vân)

ເສື້ອຍາວ ຫວຽດນາມ 50 ຊຸດຂອງຍີ່ຫໍ້ Love Collection ສຳລັບຜູ້ໃຫຍ່ ແລະ ເດັກນ້ອຍໄດ້ຮັບການສະແດງໃນພິທີເປີດສາກສັບປະດາແຟຊັ່ນ House of iKons Fashion Week 2023 ຢູ່ລອນດອນ ໃນວັນທີ 18 ກຸມພາ, ເຊິ່ງໄດ້ດຶງດູດຄວາມສົນໃຈຈາກບັນດານັກອອກແບບ ແລະ ວາລະສານແຟຊັ່ນ ຢູ່ ອັງກິດ. House of iKons Fashion Week 2023 ມີການເຂົ້າຮ່ວມຂອງນາງແບບ, ນາຍແບບສາກົນ 500 ຄົນ ແລະ ນັກອອກແບບມາຈາກ ຫວຽດນາມ, ອາເມລິກາ, ອີຕາລີ, ແຟງລັງ, ອັງກິດ, ໄທ, ຟິລິບປິນ… ລວມ 28 ຄົນ.

        ທີ່ House of iKons Fashion Week 2023, ຍີ່ຫໍ້ Love Collection ໄດ້ວາງສະແດງ ວີ, ກຸບແຕ້ມຫັດຖະກຳຂອງບັນດານັກສິລະປະການເຫ້ວ; ກາເຟ Zili, ເຊິ່ງເປັນເອກະລັກສະເພາະຂອງ ເຂດພູພຽງ ຢິລິງ, ແຂວງ ເລີມດົ່ງ; ເຂົ້າຈີ່ ຫວຽດນາມ… ເພື່ອໂຄສະນາວັດທະນະທຳ, ອາຫານການກິນ ຂອງ ຫວຽດນາມ ເຖິງເພື່ອນມິດ ອັງກິດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ