ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ສ.ເຊັກໂກ

(VOVWORLD) - ຄວາມຫຼາກຫຼາຍຮູບແບບສີສັນໃນວັດທະນະທຳມູນເຊື້ອ ແລະ ຮີດຄອງປະເພນີຂອງປະຊາຊົນ ຫວຽດນາມ ໄດ້ນຳສະເໜີໃຫ້ມະຫາຊົນຢູ່ ສ. ເຊັກໂກ ໃນບັນດາລາຍການໂຄສະນາເຜີຍແຜ່ວັດທະນະທຳ ຫວຽດນາມ ຖືກຈັດຕັ້ງຢູ່ຫໍພິພິທະພັນຊົນເຜົ່າແຫ່ງຊາດ ເຊັກໂກ ຢູ່ນະຄອນຫຼວງ ປຣາຮາ.
ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ສ.ເຊັກໂກ - ảnh 1 ແຂກເຂົ້າມາຊົມທີ່ລາຍການ

ລາຍການແມ່ນສ່ວນໜຶ່ງຂອງໂຄງການ “ຊາວຕ່າງປະເທດຢູ່ ເຊັກໂກ ແລະ ວັດທະນະທຳຂອງເຂົາເຈົ້າ” ໂດຍກະຊວງວັດທະນະທຳ, ກະຊວງພາຍໃນ ເຊັກໂກ ແລະ ສູນເຊື່ອມໂຍງ ປຣາຮາ ປະຕິບັດ. ທ່ານນາງ Kristyna Hlavata, ຫົວໜ້າໂຄງການ, ໃຫ້ຮູ້ວ່າ: ຊາວ ເຊັກໂກ ບໍ່ທັນເຂົ້າໃຈໝົດກ່ຽວກັບວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນ ຫວຽດນາມ ເຖິງວ່າຊົນເຜົ່າ ຫວຽດນາມ ໄດ້ຮັບຮູ້ແມ່ນໜຶ່ງໃນບັນດາຊົນເຜົ່າຢູ່ປະເທດນີ້:

        “ສຳລັບຂ້າພະເຈົ້າແລ້ວ, ປະຊາຄົມຊາວ ຫວຽດນາມ ຢູ່ ສ ເຊັກໂກ ຍັງມີວິຖີຊີວິດໃນວົງແຄບ, ເວັ້ນເສຍແຕ່ບັນດາເພື່ອນໄວໜຸ່ມທີ່ກຳເນີດຢູ່ທີ່ນີ້, ຮູ້ພາສາ ເຊັກໂກ ແລະ ມີການພົວພັນດ້ວຍພາສາເຊັກໂກ. ດັ່ງນັ້ນ, ຂ້າພະເຈົ້າຫວັງວ່າ ໂຄງການນີ້ຈະຊ່ວຍໃຫ້ປະຊາຊົນ ເຊັກໂກ ເຂົ້າໃຈຕື່ມອີກກ່ຽວກັບຮີດຄອງປະເພນີຂອງບັນດາເພື່ອນມິດ ຫວຽດນາມ ທີ່ເຂົາເຈົ້າເຄີຍໄດ້ພົບປະ, ບັນດາເຍື່ອງອາຫານທີ່ເຂົາເຈົ້າໄດ້ຮັບປະທານ, ຫຼື ບັນດາເລື່ອງລາວທີ່ມ່ວນຊື່ນທີ່ເຂົາເຈົ້າເຄີຍໄດ້ຮັບຟັງ, ເພື່ອລົບລ້າງໄລຍະທາງລະຫວ່າງເຂົາເຈົ້ານຳກັນ”

ຕອບກັບ

ຂ່າວ/ບົດ​ອື່ນ