ໂຄສະນາວັດທະນະທຳຫວຽດນາມຢູ່ລາຊະອານາຈັກອັງກິດ

ໂຄສະນາວັດທະນະທຳຫວຽດນາມຢູ່ລາຊະອານາຈັກອັງກິດ - ảnh 1
ພາບປະກອບ

(vovworld) –  ​ເພື່ອ​ແນ​ໃສ່​ໂຄສະນາ​ວັດທະນະທຳ ຫວຽດນາມ ຢູ່ ລາຊະ​ອານາຈັກ ອັງ​ກິດ, ສະມາຄົມ​ນັກ​ສຶກສາ ຫວຽດນາມ ຢູ່​ມະຫາວິທະຍ​​າ​ໄລ University College London (Vietsoc UCL) ​ຈະ​ຈັດ​ຕັ້ງ​ງານ​ບຸນ ຫວຽດນາມ ປີ 2016 (Vietfest 2016) ຢູ່​ນະຄອນຫຼວງ ລອນ​ດອນ ​ໃນ​ວັນ​ທີ 14/3 ຈະ​ມາ​ເຖິງ. Vietfest 2016 ​ແມ່ນ​ເຫດການ​ປະຈຳ​ປີ​ຂອງ Vietsoc UCL ​ເພື່ອ​ແນ​ໃສ່​ຈຸດປະສົງ​ໂຄສະນາ​ບັນດາ​ຈຸດ​ດີງາມ​ດ້ານ​ວັດທະນະທຳ, ສິລະ​ປະ, ອາຫານ​ການ​ກິນ ​ແລະ ຊາວ ຫວຽດນາມ ​​ໃຫ້​ປະຊາຊົນ ລອນ​ດອນ ​​ເວົ້າສະ​ເພາະ ​ແລະ ປະ​ເທດ ອັງກິດ ​ເວົ້າ​ລວມ. ຜ່ານ Vietfest 2016, Vietsoc UCL ຢາກ​ສົ່ງ​ສານເຖິງ​ບັນດາ​ນັກ​ສຶກສາ ຫວຽດນາມ ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ຄວາ​ມ​ເອກອ້າງ​ທະ​ນົງ​ໃຈ​ວ່າ​ຕົນ​​ແມ່ນ​ຊາວ ຫວຽດນາມ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ວັດທະນະທຳ ຫວຽດນາມ. Vietsoc UCL ຫວັງ​ວ່າ: ພວກ​ເພື່ອນ​ຈະ​ຕັ້ງໜ້າ​ກ່ວາ​ໃນ​ຄວາມ​ມານະ​ພະຍາຍາມ​ແນະນຳ​ພາບ​ພົດຂອງ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ເຖິງ​ເພື່ອນ​ມິດສາ​ກົນ.

 


ຂ່າວ/ບົດ​ອື່ນ