ໂດ້ມິ້ລິງໄດ້ຮັບນາມມະຍົດນາງງາມຫວຽດນາມ2016

ໂດ້ມິ້ລິງໄດ້ຮັບນາມມະຍົດນາງງາມຫວຽດນາມ2016 - ảnh 1
(ໂດ້​ມິ້​ລິງ ໄດ້​ຮັບ​ນາມ​ມະ​ຍົດ​ນາງ​ງາມ​ຫວຽດ​ນາມ 2016)

(vovworld) – ດ​້ວຍການຕອບ​​ຢ່າງ​ສະ​ຫຼາດ, ໂດ້​ມິ້​ລິງ ທີ່​ມາ​ຈາກ​ຮ່າ​ໂນ້ຍ ໄດ້​ຂ້າມ​ຜ່ານ​ຜູ້​ສອງ​ເສັງ 30 ຄົນ, ​​​ກາຍ​ເປັນນາງ​ງາມ​ຫວຽດ​ນາມ 2016. ສ່ວນ ໂງ​ແທງ​ແທງ​ຕູ໋, ຮີນ​ທິ​ທ​ຸຍ​ຢຸງ ຍາດ​ໄດ້​ນາມ​ມະ​ຍົດຮອງ​ນາງ​ງາມ​ຜູ້​ທີ 1 ແລະ ​ຮອງ​ນາງ​ງາມຜູ້​ທີ 2. ດ້ວຍ​ຫົວ​ຂໍ້ “ເພັດຕາ​ເວັນ​ອອກ​ໄກ” ງານ​ປະ​ກວດ​ນາງ​ງາມ​ຫວຽດ​ນາມ 2016 ຮອ​ບ​ຊິ​ງ​ຊະ​ນະ​ເລີດ ​ຖືກ​ຈັດ​ຕັ້ງ​ໃນ​ຕອ​ນ​ຄ່ຳ​ວັນ​ທີ 28/08, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. ຈຸດ​ພິ​ເສດຂອງ​ງານ​ປະ​ກວດ​ນາງ​ງາມຫວຽດ​ນາມ ປີ 2016 ແມ່ນ​ຍູ້​ແຮງ​ບັນ​ດາ​ໂຄງ​ການ​ທີ່​ມີ​ຄວາມ​ໝາຍ​ສັງ​ຄົມ, ວັດ​ທະ​ນະ​ທຳ​ມະ​ນຸດ​ສູງ​ຄື: “ນາງ​ງາມເມ​ຕາ​ຈິດ”, “ນາງ​ງາມມູນ​ເຊື້ອ” ດ້ວຍ​ຄວາມ​ຫວັງ​ເຊີດ​ຊູຄວາມ​ງາມ​ຫວຽດ​ນາມ, ບ​ໍ່​ພຽງ​ແຕ່ທາງ​ດ້ານ​ຮ່າງ​ກາຍ​ເທົ່າ​ນັ້ນ, ຫາກ​ຍັງດ້ານ​ພູມ​ປ​ັນ​ຍາ, ນ້ຳ​ໃຈ​ກ​ູ້​ສ​ົນ ຍາມ​ໃດ​ກໍ່​ມຸ່ງ​ເຖິງ​ປະ​ຊາ​ຄົ​ງ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ