ໂທລະພາບຍີ່ປຸ່ນ: ຫວຽດນາມ ຕ້ານໂຄວິດ-19 ຕາມວິທີສະເພາະ

(VOVWORLD) -  ລາຍການຂ່າວ ອອກອາກາດເວລາ 19 ໂມງ ຂອງສະຖານີໂທລະພາບ NHK (ຍີ່ປຸ່ນ) ຫວ່າງແລ້ວນີ້ໄດ້ຊົມເຊີຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມແມ່ນບັນລຸປະສິດທິຜົນ.

NHK ຕີລາຄາວ່າ ໃນສະພາບການໂລກລະບາດໂຄວິດ-19 ພວມສືບຕໍ່ແຜ່ລະບາດຢ່າງກ້ວາງຂວາງໃນທົ່ວໂລກນັ້ນ ຫວຽດນາມ ໄດ້ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດເປັນຢ່າງດີ ມີພຽງແຕ່ 324 ກໍລະນີຕິດເຊື້ອ ແລະ ບໍ່ມີກໍລະນີໃດເສຍຊີວິດ. NHK ຖືວ່າ: ບັນດາມາດຕະການແຍກຕົວຢ່າງຂ້ຽວຂາດຂອງລັດຖະບານ ຫວຽດນາມ ແມ່ນສາຍເຫດທີ່ນຳມາເຊິ່ງຜົນສຳເລັດດັ່ງກ່າວ.

NHK ກໍຄັດສະເໜີຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃນການຕອບສຳພາດ NHK ພ້ອມກັບບາງອົງການສື່ມວນຊົນສາກົນອື່ນໃນວັນທີ 21 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ການຄວບຄຸມໂລກລະບາດໂດຍໄວ ແມ່ນປະຖົມປັດໄຈ ເພື່ອໃຫ້ແຂກທ່ອງທ່ຽວສາກົນ ແລະ ບັນດານັກລົງທຶນສາກົນກັບຄືນ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງສະພາບແວດລ້ອມແຫ່ງການລົງທຶນສະດວກ ເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດລົງທຶນເຂົ້າ ຫວຽດນາມ ຫລາຍກ່ວາອີກ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ