(vovworld) – ໂດຍໄດ້ຮັບຂ່າວວ່າເຮືອບິນໂດຍສານຂອງບໍລິສັດການບິນ ອີຣານ ຖືກອຸບັດຕິເຫດຕົກໃນວັນທີ 10/8/2014 ຢູ່ ອີຣານ ເຮັດໃຫ້ຫຼາຍຄົນເສຍຊີວິດນັ້ນ, ວັນທີ 11/8/2014, ທ່ານປະທານປະເທດ ຫວຽດນາ ເຈືອງເຕີນຊາງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານປະທານາທິບໍດີ ອີຣານ Hassan Rouhani.
ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif.