ທ່ານ ສະໝານ ວິຍາເກດ, ໃນການຢ້ຽມຢາມ ມະຫາວິທະຍາໄລ ກູຍເຍີນປີ 2009
(ພາບ: Viết Ý/ສຳນັກຂ່າວສານ ຫວຽດນາມ)
(vovworld) – ໂດຍໄດ້ຮັບຂ່າວວ່າ ທ່ານ ສະໝານ ວິຍາເກດ, ອະດີດກຳມະການສູນກາງພັກຊຸດທີ 2, 3, ອະດີດເລຂາສູນກາງພັກຊຸດທີ 3, ອະດີດກຳມະການກົມການເມືອງຊຸດທີ 4, 5, 6, 7, 8, ອະດີດປະທານສະພາແຫ່ງຊາດຊຸດທີ 3, 4, 5, ອະດີດຫົວໜ້າຄະນະຈັດຕັ້ງສຸູນກາງ, ອະດີດລັດຖະມົນຕີກະຊວງສຶກສາທິການ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ອະດີດຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ອະດີດຫົວໜ້າຄະນະຊີ້ນຳວຽກງານແນວຄິດ, ທິດສະດີ ແລະ ວັດທະນະທຳສູນກາງພັກປະຊາຊົນປະຕິວັດລາວ ເຖິງແກ່ມໍລະນະກຳເມື່ອວັນທີ 22/7/2016. ວັນທີ 23/7/2016, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ ຫວຽດນາມ, ປະທານປະເທດ, ລັດຖະບານ ສສ ຫວຽດນາມ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແຫ່ງ ສປປ ລາວ.
ແລະກໍ່ໃນວັນດຽວກັນ, ທ່ານ ຟ້າມບີ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ.