|
(vovworld)- ໂດຍໄດ້ຮັບຂ່າວວ່າ ທ່ານປະທານສະພາສູງ ກຳປູເຈຍ Chea Sim ເຖິງແກ່ມໍລະນະກຳ, ທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈມາຍັງ ກະສັດ ກຳປູເຈຍ ໂນໂຣດົມ ສີຫາໂມນີ, ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ, ສະພາແຫ່ງຊາດ, ລັດຖະບານ ກຳປູເຈຍ ແລະ ສະພາແນວໂຮມສາມັກຄີ ແລະ ພັດທະນາ ແຫ່ງຊາດ ກຳປູເຈຍ. ໃນໂທລະເລກມີຕອນຂຽນວ່າ: ປະທານສະພາສູງ ກຳປູເຈຍ ເຖິງແກ່ມໍລະນະກຳ ແມ່ນການສູນເສຍອັນໃຫຍ່ຫລວງສຳລັບພັກປະຊາຊົນກຳປູເຈຍ, ສະພາສູງ, ສະພາແຫ່ງຊາດ, ລັດຖະບານ, ສະພາແນວໂຮມສາມັກຄີ ແລະ ພັດທະນາ ແຫ່ງຊາດ ກຳປູເຈຍ ແລະ ຄອບຄົວຂອງທ່ານ. ຫວຽດນາມ ກໍໄດ້ສູນເສຍເພື່ອນມິດສະຫາຍຜູ້ທີ່ໃກ້ຊິດສະຫນິດສະຫນົມ ແລະ ມີການປະກອບສ່ວນສຳຄັນຫລາຍຢ່າງໃນການຮັກສາ, ປັບປຸງ ແລະ ພັດທະນາສາຍພົວພັນ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ກຳປູເຈຍ. ຫວຽດນາມ ປາດຖະຫນາວ່າ ກະສັດ ກຳປູເຈຍ, ສະພາສູງ, ລັດຖະບານ, ສະພາແນວໂຮມສາມັກຄີ ແລະ ພັດທະນາ ແຫ່ງຊາດ, ປະຊາຊົນ ກຳປູເຈຍ ແລະ ຄອບຄົວຂອງທ່ານ Chea Sim ຜ່ານຜ່າຄວາມເຈັບປວດ, ຄວາມສູນເສຍ ເພື່ອສືບຕໍ່ສ້າງສາປະເທດ ກຳປູເຈຍ ນັບມື້ນັບພັດທະນາໃຫ້ຈະເລີນຮຸ່ງເຮືອງ.
ຕອນເຊົ້າວັນທີ 10/6, ທ່ານ ຫງວຽນຊີງຮຸ່ງ, ປະທານສະພາແຫ່ງຊາດຫວຽດນາມ ນຳຫນ້າຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ຫວຽດນາມ ໄດ້ເດີນທາງເຖິງນະຄອນຫລວງ ພະນົມເປັນ ເພື່ອໄຫວ້ອາໄລປະທານສະພາສູງ ກຳປູເຈຍ Chea Sim.