ໂທລະເລກອວຍພອນວັນຊາດສ.ເກົາຫຼີ

ໂທລະເລກອວຍພອນວັນຊາດສ.ເກົາຫຼີ - ảnh 1
ທ່ານປະທານ​ປະ​ເທດ ຫວຽດນາມ ​ເຈືອງ​​ເຕີ໋ນຊາງ ແລະ
​ທ່ານນາງປະທານາທິບໍດີ ສ.​ເກົາຫຼີ Park Geun Hye
(ພາບປະກອບ)


(vovworld) - ​​ເນື່ອງ​ໃນ​ໂອກາດ​ສ​ະເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນຊາດ ສາທາລະນະ​ລັດ ​ເກົາຫຼີ (15/8/1945 – 15/8/2015), ທ່ານປະທານ​ປະ​ເທດ ຫວຽດນາມ ​ເຈືອງ​​ເຕີ໋ນຊາງ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ​ທ່ານນາງປະທານາທິບໍດີ ສ.​ເກົາຫຼີ Park Geun Hye, ທ່ານ​ນາ​ຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໄດ້​ສົ່ງ​ໂທ​ລະ​ເລກ​ອວຍພອນ​ເຖິງ​ທ່ານ​ນາຍົກລັດຖະມົນຕີ ສ.​ເກົາຫຼີ Hwang Kyo Ahn, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ​ປະທານ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ Chung Ui Hwa. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ກໍ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ ສ.​ເກົາຫຼີ Yun Byung Se.


ຂ່າວ/ບົດ​ອື່ນ