ໂລກ​ລະ​ບາດ Covid – 19 ຢູ່ ຫວຽດ​ນາມ: ບໍ່​ປະ​ກົດ​ມີ​ຜູ້​ຕິດ​ເຊື້ອ​ໃໝ່​ໃນ​ມື​້ທີ 3 ຢ່າງ​ລຽນ​ຕິດ

(VOVWORLD) -ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ ໄລ່ຮອດເວລາ 6 ໂມງຂອງວັນທີ 19 ເມສາ, ຫວຽດນາມສືບຕໍ່ຢັ້ງຢືນບໍ່ມີຜູ້ຕິດເຊື້ອໃໝ່ຈັກຄົນ.
ໂລກ​ລະ​ບາດ Covid – 19 ຢູ່ ຫວຽດ​ນາມ: ບໍ່​ປະ​ກົດ​ມີ​ຜູ້​ຕິດ​ເຊື້ອ​ໃໝ່​ໃນ​ມື​້ທີ 3 ຢ່າງ​ລຽນ​ຕິດ - ảnh 1ພາບປະກອບ: TTXVN 

ເປັນອັນວ່າໃນ 3 ມືຢ່າງລຽນຕິດ ຫວຽດນາມບໍ່ປະກົດມີຜູ້ຕິດເຊື້ອໃໝ່ຕື່ມອີກ, ຍອດຈຳນວນຜູ້ຕິດເຊື້ອCovid – 19 ຍັງຄົງແມ່ນ 268 ຄົນ ໃນນັ້ນ 160 ກໍລະນີມາຈາກຕ່າງປະເທດ, 108 ກໍລະນີ ຕິດແປດໃນວົງຄະນະຍາດ. ຈຳນວນຜູ້ຕິດເຊື້ອ Covid – 19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແມ່ນ 201 ຄົນ. ປັດຈຸບັນທົ່ວປະເທດມີຄົນເຈັບ 67 ຄົນ ໃນນັ້ນ 66 ຄົນແມ່ນຊາວ ຫວຽດນາມ ແລະ 1 ຄົນແມ່ນຊາວຕ່າງປະເທດ ພວມໄດ້ຮັບກາປິ່ນປົວຢູ່ໂຮງໝໍ 11 ແຫ່ງ, ຄົນເຈັບເກືອບທັງໝົດລ້ວນແຕ່ມີອາການເປັນປົກກະຕິ ມີພຽງ 3 ກໍລະນີແມ່ນມີອາການໜັກເທົ່ານັ້ນ

ຕອບກັບ

ຂ່າວ/ບົດ​ອື່ນ