ໂລກລະບາດ HIV/AIDS ຢູ່ຫວຽດນາມ ຍັງຄົງຜັນແປໄປຢ່າງສັບສົນ

ໂລກລະບາດ HIV/AIDS ຢູ່ຫວຽດນາມ ຍັງຄົງຜັນແປໄປຢ່າງສັບສົນ - ảnh 1



(vovworld) - ​ໄລ່​ມາ​ຮອດ​ວັນ​ທີ 30/09/2013, ຫວຽດນາມ ມີ​ຜູ້​ຕິດ​ເຊື້ອ HIV/AIDS ກວ່າ 218.000 ຄົນ​ຍັງ​ມີ​ຊີວິດ​ຢູ່; ​ໃນນັ້ນ​ມີ​ເກືອບ 66.000 ຄົນ  ​ໄດ້​ຫັນ​ເປັນ AIDS ​​ແລະ ກວ່າ 66.000 ຄົນ​ເສຍ​ຊີວິດ​ຍ້ອນ HIV/AIDS. ຄິດ​ສະ​ເລ່ຍ​ໃນ 9 ​ເດືອນຕົ້ນ​ປີ 2013, ​​ໃນ​ທົ່ວ​ປະ​ເທດ​ໄດ້​ພົບເຫັນ​ຜູ້​ຕິດ​ເຊື້ອ HIV/AIDS ​ຕື່ມອີກ 34 ຄົນໃນແຕ່​ລະ​ມື້. ອັດຕາ​​ຜູ້ຍິງ​​ຕິດ​ເຊື້ອ HIV ​​ມີ​ທ່າ​ເພີ່ມ​ຂຶ້ນ​; ອັດຕາ​ຜູ້​ຕິດ​ເຊື້ອ HIV ​ທີ່​ມີອາຍຸ​ກ່ວາ 30 ປີ​ຂຶ້ນ​ໄປພວມມີ​ທ່າ​ອ່ຽງ​​ເພີ່ມ​ຂຶ້ນ.

        ວັນ​ທີ 14/11, ປະລິຍາ​ໂທ ບຸ​ຍຮ່ວາງ​ດຶກ, ຫ້ອງຕິດຕາມ​ກວດກາ ຕີ​ລາຄາ ​ແລະ ວິ​ເຄາະ (ສັງກັດ​ກົມ​ປ້ອງ​ກັນ, ຕ້ານ​ເຊື້ອ HIV/AIDS) ​ໃຫ້​ຮູ້​ວ່າ, ​“ເດືອນ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ເຊື້ອ HIV/AIDS” ປີ 2013 (​ແຕ່​ວັນ​ທີ 10/11 – 10/12) ດ້ວຍ​ຫົວ​ຂໍ້​ວ່າ “ມຸ່ງ​ໄປ​ເຖິງບໍ່​ມີກໍລະນີ​ຕິດ​ເຊື້ອ HIV/AIDS​ ໃໝ່” ​ໄດ້​ສຸມ​ໃສ່​​ການ​ເຄື່ອນ​ໄຫວຕ່າງໆ​ຄື: ຈັດ​ຕັ້ງ​ບັນດາ​ກອງປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ເພີ່ມ​ທະວີມາດ​ຕະການ​ເພື່ອສະກັດກັ້ນການ​ຕິດ​​ແປດ HIV ​ໃຫ້​ບັນດາ​ຜູ້​ທີ່​ມີ​ໄພ​ຕິດ​ເຊື້ອ HIV ສູງ; ພົບ​ປະຜູ້​ຕິດ​​​ຕິດ​ເຊື້ອ HIV ​ເພື່ອ​ໂຄສະນາ, ຂົນຂວາຍ​ເຂົາ​ເຈົ້າສຳ​ພັດ​ກັບ​ບັນດາ​ການ​ບໍລິການ​ສຳຮອງ, ​ເບິ່ງ​ແຍງ ​ແລະ ປິນປົວພະຍາດ​ໃຫ້​ເຂົາ​ເຈົ້າ .

 

ຂ່າວ/ບົດ​ອື່ນ