ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່ ອາ​ເມ​ລິ​ກາ ແລະ ເອີ​ຣົບ

(VOVWORLD) -        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ຮອດເວລາ 1 ໂມງຂອງວັນທີ 19 ພະຈິກ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້້ຕິດເຊື້ອໂຄວິດ - 19 ເກືອບ 56.600.000 ຄົນ, ໃນນັ້ນ ມີເກືອບ 1.353.900 ຄົນເສຍຊີວິດ.
ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່ ອາ​ເມ​ລິ​ກາ ແລະ ເອີ​ຣົບ - ảnh 1(ພາບ: THX/TTXVN)

ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 11.867.176 ຄົນ ແລະ ຜູ້ເສຍຊີວິດ 256.184 ຄົນ. ຄວາມໄວໃນການຕິດແປດຢູ່ປະເທດນີ້ຍັງບໍ່ທັນມີສັນຍານຫຼຸດລົງເທື່ອ ເມື່ອຈຳນວນຜູ້ຕິດເຊື້ອໃນມື້ໜ່ງວັນແມ່ນຫຼາຍກວ່າ 150.000 ຄົນ, ຊ້ຳບໍ່ໜຳບາງມື້ແມ່ນຂຶ້ນເຖິງກວ່າ 180.000 ຄົນ. ເພາະສະນັ້ນ, ວັນທີ 18 ພະຈິກ, ອາເມລິກາ ແລະ ການາດາ ໄດ້ອອກແຈ້ງການແກ່ຍາວບັນດາມາດຕະການຈຳກັດການໄປມາທີ່ບໍ່ຈຳເປັນຜ່ານຊາຍແດນທາງບົກ ລະຫວ່າງ ອາເມລິກາ - ການາດາ ແລະ ເມັກຊີໂກ ຕື່ມອີກ 30 ວັນ.

        ຢູ່ເອີຣົບ, ໃນ 24 ຊົ່ວໂມງຜ່ານມາ, ຝລັ່ງ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 28.383 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ປະເທດນີ້ຂຶ້ນເປັນ 2.065.138 ຄົນ ເຊິ່ງຢືນອັນດັບທີ 4 ໃນໂລກ ແລະ ແຖວໜ້າເອີີຣົບ.  ນອກຈາກຝລັ່ງແລ້ວ, ລັດເຊຍ, ແອັດສະປາຍ, ອັງກິດ, ເຢຍລະມັນ, ອີຕາລີ ສືບຕໍ່ແມ່ນສະຖານທີ່ຮ້ອນເຮັ່ງຢູ່ ເອີຣົບ. ໄລ່ຮອດທ້າຍວັນທີ 18 ພະຈິກ, ເອີຣົບ ໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 14,6 ລ້ານຄົນ, ເພີ່ມຂຶ້ນເກືອບ 245.000 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ, ເຊິ່ງກວມເອົາເກືອບ 35% ຈຳນວນຜູ້ຕິດເຊື້ອໃນທົ່ວໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ