ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັ​ນ​ແປ​ຢ່າງ​ສັບ​ສົນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ຍູ້​ໄວ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ເຂັມ 3,4

(VOVWORLD) - ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານໂລກລະບາດ, ບໍ່ປະໃຫ້ໂລກລະບາດທັບຊ້ອນໂລກລະບາດຢ່າງເດັດຂາດ, ກະຊວງສາທາລະນະສຸກ, ສະເໜີໃຫ້ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຈົ່ງປະຕິບັດຄຳຊີ້ນຳສະບັບຕ່າງໆຂອງລັດຖະບານ, ນາຍົກລັດຖະມົນຕີກ່ຽວກັບຄວາມເປັນເຈົ້າການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ. 
ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັ​ນ​ແປ​ຢ່າງ​ສັບ​ສົນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ຍູ້​ໄວ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ເຂັມ 3,4 - ảnh 1ປະຊາຊົນ ນະຄອນ ໂຮ່ຈີມິນ ເຂົ້າຮ່ວມການສັກວັກຊິນເຂັມທີ 4 (ພາບ: VOV)

ວັນທີ 10 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົ່ງໜັງສືດ່ວນວ່າດ້ວຍການເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດ ເຖິງປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ. ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ສະພາບການໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດເອີຣົບ ທີ່ກ່ຽວຂ້ອງເຖິງໄວຣັດກາຍພັນ BA.4, BA.5 ຂອງ ເຊື້ອໄວຣັດ Omircon. ຢູ່ ຫວຽດນາມ, ໂດຍພື້ນຖານແລ້ວ, ໂລກລະບາດໂຄວິດ - 19 ຍັງໄດ້ຮັບການຄວບຄຸມໃນທົ່ວປະເທດ, ແຕ່ກໍຢັ້ງຢືນມີກໍລະນີຕິດເຊື້ອໄວຣັດກາຍພັນດັ່ງກ່າວໃນຊຸມຊົນ.

        ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານໂລກລະບາດ, ບໍ່ປະໃຫ້ໂລກລະບາດທັບຊ້ອນໂລກລະບາດຢ່າງເດັດຂາດ, ກະຊວງສາທາລະນະສຸກ, ສະເໜີໃຫ້ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຈົ່ງປະຕິບັດຄຳຊີ້ນຳສະບັບຕ່າງໆຂອງລັດຖະບານ, ນາຍົກລັດຖະມົນຕີກ່ຽວກັບຄວາມເປັນເຈົ້າການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ, ໃຫ້ຜັນຂະຫຍາຍປະຕິບັດມາດຕະການຍູ້ແຮງການສັກວັກຊິນກັນພະຍາດໂຄວິດ - 19 ຢ່າງຂ້ຽວຂາດ; ສືບຕໍ່ຂົນຂວາຍປະຊາຊົນເຂົ້າຮ່ວມການສັກວັກຊິນເຂັມ 3, ເຂັມ 4 ຢ່າງຄົບຖ້ວນ, ຖືກຕາມກຳນົດເວລາຕາມການແນະນຳຂອງກະຊວງສາທາລະນະສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ