ໂລກ​ລະ​ບ​າດ​ໂຄວິດ - 19: ​ເປັນ​ຄັ້ງ​ທຳ​ອິດ, ຈຳ​ນວນ​ເສຍ​ຊີ​ວິດ​ຢູ່ ອິນ​ເດຍ ໄດ້​ລື່ນ​ກາຍ​ຕົວ​ເລກ 4.000 ຄົນ ຕໍ່​ວັນ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 9 ພຶດສະພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 158,3 ລ້ານຄົນ, ໃນນັ້ນ ມີເກືອບ 3,3 ລ້ານຄົນ ເສຍຊີວິດ.

ປັດຈຸບັນ, ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກວ່າ 33,45 ລ້ານຄົນ ແລະ ມີຜູ້ເສຍຊີວິດຫຼາຍກວ່າ 595.500 ຄົນ. ຢູ່ ອິນເດຍ - ຈຸດໃຈກາງຂອງໂລກລະບາດໂຄວິດ - 19 ອັນດັບທີ 2 ໃນໂລກ, ວັນທີ 8 ພຶດສະພາ, ອິນເດຍ ລາຍງານວ່າ ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກຫຼາຍກວ່າ 409.000 ຄົນ ແລະ ມີຫຼາຍກວ່າ 4.100 ຄົນເສຍຊີວິດ, ເຊິ່ງເປັນຕົວເລກສູງທີ່ສຸດໃນໂລກ ແລະ ເຮັດໃຫ້ລະບົບສາທາລະນະສຸກ ຢູ່ທຸກບ່ອນຢູ່ປະເທດນີ້ຖືກເກີນຂອບຂະໜາດ. ສະພາບການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ປະເທດນີ້ ພວມຖືກຊັກຊ້າ. ປັດຈຸບັນ, ມີພຽງແຕ່ 2% ພົນລະເມືອງຂອງປະເທດນີ້ໄດ້ຮັບການສັກວັກຊິນຄົບ 2 ເຂັມ ແລະ ມີພູມຕ້ານທານ. ສະພາບການໂລກລະບາດຢູ່ບັນດາປະເທດບ້ານໃກ້ເຮືອນຄຽງຂອງ ອິນເດຍ ກໍພວມຢູ່ໃນສະພາບການສຸກເສີນຢູ່ໃນລະດັບສູງ.

ຢູ່ ເອີີຣົບ, ວັນທີ 8 ພຶດສະພາ, ຕວກກີ ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 18.052 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພະຍາດຢູ່ປະເທດນີ້ ຂຶ້ນເປັນຫຼາຍກວ່າ 5 ລ້ານຄົນ. ຈຳນວນຜູ້ເສຍຊີວິດລວມທັງໝົດ ຍ້ອນໂລກລະບາດໂຄວິດ - 19 ກໍເພີ່ມຂຶ້ນລະດັບ 42.746 ຄົນ, ຫຼາຍກວ່າ 281 ຄົນ ເມື່ອທຽບໃສ່ມື້ແລ້ວນີ້.

ຢູ່ທະວີບ ອາເມລິກາ, ວັນທີ 18 ພຶດສະພາ, ເປັນມື້ທີ 5 ຢ່າງລຽນຕິດ, ກູບາ ຢັ້ງຢືນມີຈຳນວນຜູ້ຕິດເຊື້ອໃໝ່ ຢູ່ໃນລະດັບ 1000 ຄົນ ຕໍ່ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ