ໂສມາເລຍ: ປະມານ 500 ຄົນຖືກເສຍຊີວິດ ແລະ ຮັບບາດເຈັບໃນເຫດວາງລະເບີດ 2 ຄັ້ງ

(VOVWORLD) - ວົງການເຈົ້າໜ້າທີ່ ໂສມາເລຍ ຮັບຮູ້ວ່າ ຢ່າງໜ້ອຍສຸດມີກ່ວາ 140 ຄົນເສຍຊີວິດໃນ ເຫດວາງລະເບີດ 2 ຄັ້ງ ທີ່ເກີດຂຶ້ນຢ່າງລຽນຕິດ ຢູ່ໃຈກາງນະຄອນຫລວງ Mogadishu ໃນວັນທີ 14 ຕຸລາ
ໂສມາເລຍ: ປະມານ 500 ຄົນຖືກເສຍຊີວິດ ແລະ ຮັບບາດເຈັບໃນເຫດວາງລະເບີດ 2 ຄັ້ງ - ảnh 1ເຫດວາງລະເບີດ 2 ຄັ້ງ ທີ່ເກີດຂຶ້ນຢ່າງລຽນຕິດ ຢູ່ໃຈກາງນະຄອນຫລວງ Mogadishu (ພາບ: THX/TTXVN)

ໃນຂະຂະນັ້ນ ມີກ່ວາ 300 ຄົນຖືກຮັບບາດເຈັບ ອັນໄດ້ເຮັດໃຫ້ແຫ່ງນີ້ ກາຍເປັນໜຶ່ງໃນບັນດາເຫດບຸກໂຈມຕີນອງເລືອດທີ່ສຸດຢູ່ປະເທດນີ້ໃນ 10 ປີຜ່ານມາ. ຄາດຄະເນວ່າ ຈຳນວນຄົນເສຍຊີວິດຈະເພີ່ມຂຶ້ນ ຍ້ອນຫລາຍຄົນຮັບບາດເຈັບພວມຢູ່ໃນອາການເປັນອັນຕະລາຍຕໍ່ສຸຂະພາບ.

        ວັນທີ 15 ຕຸລາ, ທ່ານປະທານາທິບໍດີ ໂສມາເລຍ Mohamed Abdullahi Farmaajo ໄດ້ປະກາດໄວ້ທຸກລະດັບຊາດເປັນເວລາ 3 ວັນ ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍ ພ້ອມທັງຮຽກຮ້ອງການບໍລິຈາກເລືອດ ແລະ ຂົນຂວາຍແຜ່ບໍລິຈາກເງິນໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີນອງເລືອດທີ່ສຸດນັບແຕ່ປີ 2007 ມາຮອດປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ