ໂຫວດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ໄດ້​ຮັບລາງວັນ​ທ່ອງ​ທ່ຽວ​ໂລກ​ປີ 2023

(VOVWORLD) -ເວັບໄຊຄັດເລືອກລາງວັນການທ່ອງທ່ຽວໂລກ - World Travel Awards (WTA) ຄັ້ງທີ 30 ພາກພື້ນ ອາຊີ ແລະ ທະວີບ ໂອເຊອາເນຍ ໄດ້ເປີດລາຍການໂຫວດ ຢູ່ທີ່ www.worldtravelawards.com.
ໂຫວດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ໄດ້​ຮັບລາງວັນ​ທ່ອງ​ທ່ຽວ​ໂລກ​ປີ 2023 - ảnh 1ໜ້າເວັບໄຊ  www.worldtravelawards.com

ວັນທີ 22 ກຸມພາ, ກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ຫວຽດນາມ ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງ ແລະ ພັດທະນາຂອງລາງວັນການທ່ອງທ່ຽວໂລກ (World Travel Awards (1993 – 2023), ເວັບໄຊຄັດເລືອກລາງວັນການທ່ອງທ່ຽວໂລກ - World Travel Awards (WTA) ຄັ້ງທີ 30 ພາກພື້ນ ອາຊີ ແລະ ທະວີບ ໂອເຊອາເນຍ ໄດ້ເປີດລາຍການໂຫວດ ຢູ່ທີ່ www.worldtravelawards.com. ການໂຫຍດຈະແກ່ຍາວແຕ່ວັນທີ 22 ກຸມພາ ຫາວັນທີ 23 ກໍລະກົດ ຈຶ່ງປິດລົງ. ປີນີ້, ການທ່ອງທ່ຽວ ຫວຽດນາມ ໄດ້ສະເໜີ 13 ລາຍການ. ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ຖືວ່າ: ຄວາມເອົາໃຈໃສ່, ການໂຫວດເປັນຈຳນວນຫຼາຍຈາກປະຊາຊົນ, ແຂກທ່ອງທ່ຽວ, ອົງການຕ່າງໆ ຈະແມ່ນໂອກາດເພື່ອໃຫ້ການທ່ອງທ່ຽວ ຫວຽດນາມ ສືບຕໍ່ໄດ້ຮັບລາງວັນ “Oscar ຂອງຂະແໜງທ່ອງທ່ຽວ”. ນີ້ກໍແມ່ນໂອກາດເພື່ອໂຄສະນາພາບພົດຂອງປະເທດຊາດ, ປະຊາຊົນ ຫວຽດນາມ ທີ່ສະໜິດສະໜົມ, ຮັກແພງແຂກຄົນ, ຍາມໃດກໍຍິນດີຕ້ອນຮັບເພື່ອນມິດຈາກທຸກສາລະທິດມາທ່ຽວຊົມ. ຜ່ານນັ້ນ, ກໍແນະນຳກ່ຽວກັບເລື່ອງ ຫວຽດນາມ ມີຫຼາກຫຼາຍສີສັນຊາດ, ເຕົ້າໂຮມຫຼາຍຈຸດວັດທະນະທຳທີ່ຍອດຍິ່ງ, ພັດທະນາຢ່າງທັນສະໄໝ, ການບໍລິການມີຄຸນນະພາບ, ສະພາບແວດລ້ອມປອດໄພ, ເໝາະສົມກັບແຂກທ່ອງທ່ຽວທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ