ໂອກາດພັກວັນຊາດທີ 2 ກັນຍາ, ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວເກືອບ 423.000 ເທື່ອຄົນ

(VOVWORLD) - ໃນນັ້ນ, ແຂກສາກົນບັນລຸ 22.700 ເທື່ອຄົນ, ແຂກພາຍໃນປະເທດບັນລຸ 400.000 ເທື່ອຄົນ. ຄາດວ່າ, ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸປະມານ 1.300 ຕື້ດົ່ງ.
ໂອກາດພັກວັນຊາດທີ 2 ກັນຍາ, ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວເກືອບ 423.000 ເທື່ອຄົນ - ảnh 1ແຂກທ່ອງທ່ຽວຊື້ປີ້ເຂົ້າຢ້ຽມຊົມ ພະລາດຊະວັງ ທັງລອງ (ພາບ: dangcongsan.vn)

ຕາມພະແນກທ່ອງທ່ຽວ ຮ່າໂນ້ຍ ແລ້ວ, ໃນ 4 ມື້ພັກເນື່ອງໃນໂອກາດວັນຊາດທີ 2 ກັນຍາ ປີນີ້ (ແຕ່ວັນທີ 1 – 4 ກັນຍາ), ຍອດຈຳນວນແຂກທ່ອງທ່ຽວ ມາຮ່າໂນ້ຍ ບັນລຸປະມານ 423.000 ເທື່ອຄົນ. ໃນນັ້ນ, ແຂກສາກົນບັນລຸ 22.700 ເທື່ອຄົນ, ແຂກພາຍໃນປະເທດບັນລຸ 400.000 ເທື່ອຄົນ. ຄາດວ່າ, ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸປະມານ 1.300 ຕື້ດົ່ງ.

        ມີຫຼາຍລາຍການ ແລະ ງານບຸນຂ່ຳນັບຮັບຕ້ອນວັນບຸນເອກະລາດ ໄດ້ຮັບການຈັດຕັ້ງສຳເລັດຜົນ, ດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍຄື: ລາຍການສະແດງສິລະປະ “ບັນດາລະດູໃບໄມ້ຫລົ່ນປະຫວັດສາດ”; ລາຍການ “ວັນບຸນ ເອກະລາດ - ລະດູໃບໄມ້ຫຼົ່ນປະຕິວັດ” ຢູ່ສູນວັດທະນະທຳແຮງງານມິດຕະພາບ ຫວຽດ - ໂຊ; ລາຍການດົນຕີປະສານສຽງ “ສິ່ງຍືນຍົງຄົງຕົວຕະຫຼອດການ” ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ…

        ບັນດາລາຍການທ່ອງທ່ຽວ “ຄົ້ນຫາ ພະລາດຊະວັງທັງລອງ”; ຢ້ຽມຢາມເຂດທ່ອງທ່ຽວຢູ່ໝູ່ບ້ານ ບາດຈ່າງ, ໝູ່ບ້ານ ເດື່ອງເລີມ… ສືບຕໍ່ດຶງດູດແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ