ໂອ້ລົມສົນທະນາກ່ຽວກັບດິນຟ້າອາກາດ Petersberg ກະກຽມໃຫ້COP21

ໂອ້ລົມສົນທະນາກ່ຽວກັບດິນຟ້າອາກາດ Petersberg ກະກຽມໃຫ້COP21 - ảnh 1
ທ່ານນາງ Barbara Hendricks, ທ່ານ Laurent Fabius
ແລະ ທ່ານ Joachim Gauck (ພາບ: TTXVN)


(vovworld) – ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບດິນ​ຟ້າ​ອາກາດ Petersberg ຄັ້ງ​ທີ 6 ​ໄດ້​ໄຂ​ຂຶ້ນຢູ່​ນະຄອນຫຼວງ ​ແບກ​​ລີງ ​ໃນ​ວັນ​ທີ 18/5 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ລັດຖະມົນຕີທີ່​ມາ​ຈາກ 35 ປະ​ເທດ​ໃນ​ທົ່ວໂລກ. ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບດິນ​ຟ້າ​ອາກາດບໍ່​ເປັນ​ທາງ​ການ​ນີ້ ​​ໄດ້ຮັບຈັດ​ຕັ້ງ​ເພື່ອ​ກະກຽມ​ໃຫ້​ແກ່​ກອງປະຊຸມກ່ຽວ​ກັບການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດສະຫະ​ປະຊາ​ຊາດ ຄັ້ງ​ທີ 21 (COP 21), ຈະ​ດຳ​ເນີນ​ໄປ​ຢູ່ ປາຣີ (ປະ​ເທດ ຟຣັ່ງ) ​ໃນ​ເດືອນ 12 ຈະມາ​ເຖິງ.

       ກ່າວ​ຄຳ​ເຫັນ​ໄຂ​​ການ​ໂອ້​ລົມ​ສົນທະນາ​, ທ່ານນາງ​ລັດຖະມົນຕີ​ວ່າການ​ກະຊວງ​ສິ່ງ​ແວດ​ລ້ອມ ສະຫະພາບເຢຍລະ​ມັນ Barbara Hendricks ເນັ້ນ​ໜັກ​ວ່າ: ປີ 2015 ​ແມ່ນ​ປີ​ຕັດສິນສຳລັບ​ການ​ປົກ​ປັກ​ຮັກສາ​ໜ່ວຍ​ໂລກ​ຕໍ່​ບັນດາ​ການ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ທົ່ວ​ໂລກ. ຕາມ​ນັ້ນ​ແລ້ວ, ບັນດາ​ຝ່າຍ​​ເຂົ້າ​ຮ່ວມຈະ​ຕ້ອງ​ເຫັນ​ດີ​ເປັນ​ເອກະສັນຕໍ່ວິທີ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຮັກສາ​ລະດັບ​ເພີ່ມອຸນຫະພູມທົ່ວ​ໂລກ​​ໃຫ້ຕຳ່​​ກ່ວາ 2 ອົງສາ. ​ໃນ​ຂະນະ​ນັ້ນ, ​ເປັນ​ປະທານ​ຮ່ວມ​ການ​ໂອ້​ລົມ​ສົນທະນາ, ທ່ານ​ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟຣັ່ງ Laurent Fabius ​ໃຫ້​ຮູ້​ວ່າ: ການ​​ໂອ້​ລົມ​ສົນທະນາ​ກ່ຽວ​ກັບດິນ​ຟ້າ​ອາກາດ Petersberg ​​ເປັນ​ບາດ​ກ້າວ​ທີ່ສຳຄັນ​​ເພື່ອແນ​ໃສ່​ນຳ​ມາຜົນສຳ​ເລັດ​ໃຫ້​ແກ່​ກອງ​ປະຊຸມກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດຂອງສະຫະ​ປະຊາ​ຊາດ​ຢູ່ ປາ​ຣີີ ​ໃນ​ທ້າຍ​ປີ​ນີ້.

ຂ່າວ/ບົດ​ອື່ນ