ໂຮງງານຝຸ່ນອາຊົດ ກາເມົາ ຈະເຂົ້າເຄື່ອນໄຫວໃນທ້າຍເດືອນກຸມພານີ້.
(vovworld)- ກຸມບໍລິສັດແຫ່ງຊາດຫວຽດນາມໃຫ້ຮູ້ວ່າ: ໂຮງງານຝຸ່ນອາຊົດ ກາເມົາ ທີ່ມີກຳລັງການຜະລິດຝຸ່ນ 8 ແສນໂຕນຕໍ່ປີ, ຈະຖືກມອບຮັບໃນທ້າຍເດືອນ ກຸມພານີ້ຕາມແຜນການທີ່ໄດ້ວາງອອກ. ເມື່ອ ໂຮງງານຝຸ່ນອາຊົດ ກາເມົາ ເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ, ຈະປະກອບສ່ວນຫຼາຍສົມຄວນ ເຂົ້າໃນການແກ້ໄຂແຫຼ່ງຝຸ່ນຮັບໃຊ້ການຜະລິດກະສີກຳໃນທົ່ວເຂດທົ່ງພຽງແມ່ນ້ຳ ຂອງທາງພາກໄຕ້ຫວຽດນາມ. ໂຄງການ ໂຮງງານຝຸ່ນອາຊົດ ກາເມົາ ແມ່ນໜຶ່ງ ໃນບັນດາໂຄງການທີ່ນອນໃນກຸມໂຄງການອາຍແກັສ-ໄຟຟ້າ-ຝຸ່ນອາຊົດ ກາເມົາ ໂດຍຖືກກໍ່ສ້າງດ້ວຍຈຸດປະສົງເພື່ອສະໜອງຝຸ່ນອາຊົດເປັນປົກກະຕິເພື່ອຮັບໃຊ້ພາລະກິດພັດທະນາປະເທດຊາດຮອດປີ 2025, ນີ້ແມ່ນໜຶ່ງໃນບັນດາໂຄງການ ຈຸດສຸມແຫ່ງຊາດ ນອນໃນຍຸດທະສາດພັດທະນາຂອງຂະແໜງນ້ຳມັນອາຍແກັສເ ຖິງປີ 2015 ແລະວິໄສທັດເຖິງປີ 2025.