ໂຮງລະຄອນແຈ່ວກອງທັບປະຊາຊົນຫວຽດນາມ ສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 65 ປີ

(VOVWORLD) - ຕອນເຊົ້າວັນທີ 01 ຕຸລາ, ຢູ່ຮ່າໂນ້ຍ, ໂຮງລະຄອນແຈ່ວກອງທັບປະຊາຊົນຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 65 ປີ (1/10/1954 – 1/10/2019) ແລະ ມອບຫຼຽນໄຊ ປົກປັກຮັກສາປະເທດຊາດ ຊັ້ນ 2.
ໂຮງລະຄອນແຈ່ວກອງທັບປະຊາຊົນຫວຽດນາມ ສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 65 ປີ - ảnh 1ການມອບຫຼຽນໄຊ ປົກປັກຮັກສາປະເທດຊາດ ຊັ້ນ 2 ໃຫ້ໂຮງລະຄອນແຈ່ວກອງທັບປະຊາຊົນຫວຽດນາມ

        65 ປີ ແຫ່ງການສ້າງສາ ແລະ ພັດທະນາ, ໂຮງລະຄອນແຈ່ວ ກອງທັບ ຍາມໃດກໍເອົາໃຈໃສ່ເຖິງການບໍາລຸງສ້າງຖັນແຖວລຸ້ນໜຸ່ມ, ແລກປ່ຽນວິຊາສະເພາະ, ໄປສະແດງກັບບັນດານັກສິລະປິນຂອງ ກອງສິລະປະ ວິທະຍຸກະຈາຍສຽງຫວຽດນາມ ຢ່າງເປັນປະຈໍາ ແລະ ຈັດທໍາຫຼາຍລາຍການ, ບົດລະຄອນທີ່ມ່ວນເພື່ອຮັບໃຊ້ທະຫານ ແລະ ປະຊາຊົນ. ໂຮງລະຄອນແຈ່ວກອງທັບ ໄດ້ເປັນກຽດຮັບເອົາບັນດາລາງວັນອັນສູງສົ່ງ. ໄລ່ມາຮອດປັດຈຸບັນ, ໂຮງລະຄອນແຈ່ວກອງທັບມີນັກສິລະປິນປະຊາຊົນ 5 ຄົນ ແລະ ນັກສິລະປິນດີເດັ່ນ 32 ຄົນ ສົມເປັນຫົວໜ່ວຍສິລະປະທີ່ດີເດັ່ນຂອງກອງທັບ.  

ຕອບກັບ

ຂ່າວ/ບົດ​ອື່ນ