ໂຮງໝໍAsanSeoun-ສ.ເກົາຫຼີກວດປິ່ນປົວພະຍາດອາສາສະໝັກດ້ວຍຂອບຂະໜາດໃຫຍ່ໃຫ້ຄົນທຸກຍາກແຂວງຮືງອຽນ

ໂຮງໝໍAsanSeoun-ສ.ເກົາຫຼີກວດປິ່ນປົວພະຍາດອາສາສະໝັກດ້ວຍຂອບຂະໜາດໃຫຍ່ໃຫ້ຄົນທຸກຍາກແຂວງຮືງອຽນ - ảnh 1
(ພາ​ບ​ປະ​ກອບ​ຈາກ Nguyễn Thanh/TTXVN)

(vovworld) – ໃນ​ລະ​ຫວ່າງວັນ​ທີ 19 – 20/1, ຢູ່​ເຂດ​ອຸດ​ສາ​ຫະ​ກຳ ໂຟ໋​ໂນ໋ຍ A (ແຂວງ ຮືງ​ອຽນ), ໂຮງ​ໝໍ AsanSeoun - ສ.ເກົາຫຼີ​ ສົມ​ທົບ​ກັບ​ບໍ​ລິ​ສັດ​ຫຸ້ນ​ສ່ວນ Hyundai Aluminum Vina ຈັດ​ຕັ້ງ​ການກວດ, ປິ່ນ​ປົວພະ​ຍາດ​ອາ​ສາ​ສະ​ໝັກ​ດ້ວຍ​ຂະ​ໜາ​ດ​ໃຫຍ່​​ໃຫ້​ຄົນ​ທຸກ​ຍາກ​ ​ແລະ ກຳ​ມະ​ກອນກ່​ວາ 1.100 ຄົນໃນ​ບໍ​ລິ​ເວນ​ແຂວງ. ຄະ​ນະ​ກວດ, ປິ່ນ​ປົວ​ພະ​ຍາດ​ລວມ​ມີ​ກ່​ວາ 100 ຄົນ​, ໃນ​ນັ້ນ​ມີ​ທ່ານ​ໝໍ, ນັກ​ເຕັກ​ນີກ, ພະ​ນັກ​ງານ​ຂອງ​​ໂຮງ​ໝ​ໍ AsanSeoun ແລະ ບໍ​ລິ​ສັດ​ຫຸ້ນ​ສ່ວນ Hyundai ໄດ້​ດຳ​ເນີນ​ການກວດ, ປິ່​ນ​ປົວ​ພະ​ຍາດ​ຕ່າງໆ… ເລື່ອງ​ຈັດ​ຕັ້ງ​ຄະ​ນະ​ອາ​ສາ​ສະ​ໝັກກວດ, ປິ່ນ​ປົວ​ພະ​ຍາດ​ໂດຍບໍ່​ເສຍ​ຄ່າ​ແມ່ນ​ວຽກ​ງາ​ນ​ຈຳ​ເປັນ ມີ​ຄວາມ​ໝາຍ​ອັນ​ໃຫຍ່ຫຼວງນອນ​ໃນ​ບັນ​ດາ “ການ​ເຄື່ອນ​ໄຫວ​ເພື່ອ​ອາ​ສາ​ສະ​ໝັກ ເພື່ອ​ຄວາມ​ຮັບ​ຜິດ​ຊອບ​ວົງ​ຄະ​ນະ​ຍາດ” ຂອງ​ໂຮງ​ໝໍ AsanSeoun ແລະ ບໍ​ລິ​ສັດ​ຫຸ້ນ​ສ່ວນ Hyundai.


ຕອບກັບ

ຂ່າວ/ບົດ​ອື່ນ