ໃນ 24 ວັນ​ຢ່າງ​ລຽນ​ຕິດ​ ຫວຽດ​ນາມ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃໝ່

(VOVWORLD) -ແຕ່ເວລາ 18 ໂມງ ຂອງວັນທີ 9 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 10 ພຶດສະພາ 2020, ຫວຽດນາມບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃໝ່. 
ໃນ 24 ວັນ​ຢ່າງ​ລຽນ​ຕິດ​ ຫວຽດ​ນາມ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃໝ່ - ảnh 1ວັດແທກອຸນຫະພຸມໃຫ້ແກ່ຜູ້ຖືກແຍກຕົວ (ພາບ: TTXVN) 

ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ແຕ່ເວລາ 18 ໂມງ ຂອງວັນທີ 9 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 10 ພຶດສະພາ 2020, ຫວຽດນາມບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃໝ່. ເປັນອັນວ່າ, ໃນ 24 ວັນຢ່າງລຽນຕິດ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃນວົງຄະນະຍາດ.

        ໃນຈຳນວນຄົນເຈັບ 288 ຄົນຕິດເຊື້ອໂຄວິດ - 19  ທີ່ໄດ້ຮັບການຢັ້ງຢືນຢູ່ຫວຽດນາມນັ້ນ ມີ 241 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ. ສ່ວນຄົນເຈັບ 47 ຄົນທີ່ຍັງເຫຼືອ ພວມໄດ້ຮັບການປິ່ນປົວຢູ່ບັນດາໂຮງໝໍຂັ້ນສູນກາງ ແລະ ທ້ອງຖິ່ນ, ໃນນັ້ນ, ມີຄົນເຈັບ 4 ຄົນ ໄດ້ມີຜົນການວິໄຈເປັນລົບເທື່ອທີ 1 ກັບ ເຊື້ອໄວຣັດ SARS-CoV-2 ແລະ ຄົນເຈັບ 13 ຄົນ ມີຜົນການວິໄຈເປັນລົບ 2 ເທື່ອຂຶ້ນໄປກັບເຊື້ອໄວຣັດ SARS-CoV-2.

ຕອບກັບ

ຂ່າວ/ບົດ​ອື່ນ