ໃນ 6 ເດືອນຕົ້ນປີ, ຫວຽດນາມ ດຶງດູດທຶນ FDI ກ່ວາ 13,4 ຕື້ USD

(VOVWORLD) - ໄລ່ສະເພາະທຶນຈົດທະບຽນໃໝ່ ມີທັງໝົດເກືອບ 1.300 ໂຄງການ ທີ່ໄດ້ຮັບການອະນຸຍາດ ດ້ວຍທຶນຈົດທະບຽນບັນລຸເກືອບ 6,5 ຕື້ USD, ເພີ່ມຂຶ້ນກ່ວາ 31% ກ່ຽວກັບທຶນຈົດທະບຽນເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້
ໃນ 6 ເດືອນຕົ້ນປີ, ຫວຽດນາມ ດຶງດູດທຶນ FDI ກ່ວາ 13,4 ຕື້ USD - ảnh 1ພາບປະກອບ: nhandan.vn

ວັນທີ 29 ມິຖຸນາ, ກົມໃຫຍ່ສະຖິຕິຫວຽດນາມ ໃຫ້ຮູ້ວ່າ ໄລ່ຮອດວັນທີ 20 ມິຖຸນາ, ຍອດເງິນລົງທຶນຈາກຕ່າງປະເທດ (FDI) ຈົດທະບຽນເຂົ້າມາລົງທຶນ ຢູ່ ຫວຽດນາມ ລວມມີ: ທຶນຈົດທະບຽນ ໃໝ່, ທຶນຈົດທະບຽນດັດປັບ ແລະ ມູນຄ່າປະກອບທຶນ, ຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດ ບັນລຸກ່ວາ 13,4 ຕື້ USD, ຫຼຸດລົງ 4,3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2022. ໄລ່ສະເພາະທຶນຈົດທະບຽນໃໝ່ ມີທັງໝົດເກືອບ 1.300 ໂຄງການ ທີ່ໄດ້ຮັບການອະນຸຍາດ ດ້ວຍທຶນຈົດທະບຽນບັນລຸເກືອບ 6,5 ຕື້ USD, ເພີ່ມຂຶ້ນກ່ວາ 31% ກ່ຽວກັບທຶນຈົດທະບຽນເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ ກວມເອົາອັດຕາໃຫຍ່ທີ່ສຸດ ດ້ວຍຍອດທຶນຈົດທະບຽນບັນລຸເກືອບ 5,5 ຕື້ USD.

ໃນຈຳນວນ 57 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນທີ່ໄດ້ຮັບການອະນຸຍາດໃໝ່ຢູ່ ຫວຽດນາມ ໃນ 6 ເດືອນຕົ້ນປີນີ້, ສິງກະໂປແມ່ນນັກລົງທຶນໃຫຍ່ທີ່ສຸດດ້ວຍມູນຄ່າ 1,79 ຕື້ USD, ຖັດຈາກນັ້ນແມ່ນຈີນ 1,29 ຕື້ USD ແລະ ຍີ່ປຸ່ນ 386 ລ້ານ USD.

ແລະກໍ່ໃນ 6 ເດືອນຕົ້ນປີ, ມີ 21 ປະເທດ ແລະ ເຂດແຄ້ວນໄດ້ຮັບການລົງທຶນຈາກ ຫວຽດນາມ, ໃນນັ້ນ ການາດາ ແມ່ນປະເທດນຳໜ້າດ້ວຍເງິນລົງທຶນກ່ວາ 150 ລ້ານ USD ຖັດຈາກນັ້ນແມ່ນ ສິງກະໂປ, ລາວ, ກຸຍບາ ແລະ ອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ