ໃນປີ 2019 ຫວຽດນາມຈະຊຸກຍູ້ການໂຄສະນາການທ່ອງທ່ຽວເພື່ອບັນລຸເປົ້າໝາຍຕ້ອນຮັບແຂກທ່ອງທຽວຊາວຕ່າງຊາດ 18 ລ້ານຄົນ

(VOVWORLD) -ປີ 2019, ຫວຽດນາມຈະສູ້ຊົນຕ້ອນຮັບແຂກທ່ອງທຽວສາກົນ 18 ລ້ານຄົນ, ແຂກທ່ອງທ່ຽວພາຍໃນປະເທດ 85 ລ້ານຄົນ, ລວມຍອດລາຍຮັບຈາກແຂກທ່ອງທ່ຽວກວ່າ 7ແສນຕື້ດົງ.

  ກົມໃຫຍ່ທ່ອງທຽວ (ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໃຫ້ຮູ້ວ່າ: ປີ 2019, ຫວຽດນາມຈະສູ້ຊົນຕ້ອນຮັບແຂກທ່ອງທຽວສາກົນ 18 ລ້ານຄົນ, ແຂກທ່ອງທ່ຽວພາຍໃນປະເທດ 85 ລ້ານຄົນ, ລວມຍອດລາຍຮັບຈາກແຂກທ່ອງທ່ຽວກວ່າ 7ແສນຕື້ດົງ. ນັບແຕ່ຕົ້ນປີ2019, ກົມໃຫຍ່ທ່ອງທ່ຽວໄດ້ ເພີ່ມທະວີການຜັນຂະຫຍາຍບັນດາການເຄື່ອນໄຫວຊຸກຍູ້, ໂຄສະນາການທ່ອງທ່ຽວ, ເພີ່ມທະວີການສະໜອງຂໍ້ມູນຂ່າວສານໃຫ້ແກ່ແຂກທ່ອງທ່ຽວຕ່າງປະເທດ   ເພື່ອດຶງດູດແຂກທ່ອງທ່ຽວຕ່າງປະເທດ. ກົມໃຫຍ່ທ່ອງທ່ຽວຈະເຂົ້າຮ່ວມ ລາຍການໂຄສະນາ ແລະ ຊຸກຍູ້ການທ່ອງທ່ຽວ ຕ່າງໆເຊັ່ນ: ງານຕະຫຼາດນັດການທ່ອງທ່ຽວ FITUR ຄັ້ງທີ39 ຢູ່ madrid ປະເທດ ແອດສະປາຍ ໃນລະຫວ່າງວັນທີ 23 – 27 ມັງກອນ, ງານຕະຫຼາດນັດ ITB ຢູ່ Berlin ປະເທດ ເຢັຍລະມັນ ໃນລະຫວ່າງວັນທີ 6 – 10 ມີນາ ແລະ  ງານຕະຫຼາດນັດທ່ອງທ່ຽວສາກົນ MITT(Moscow International Travel and Tourism) ຢູ່ ປະເທດລັດເຊຍ ໃນລະຫວ່າງວັນທີ 12 – 14 ມີນາ. ໃນປີ 2019, ການທ່ອງທ່ຽວຫວຽດນາມຈະສືບຕໍ່ຈັດຕັ້ງລາຍການແນະນຳການທ່ອງທ່ຽວຫວຽດນາມຢູ່ບັນດາທ້ອງຕະຫຼາດ ຄື: ຈີນ, ສາທາລະນະລັດເກົາຫຼີ, ອົດສະຕາລີ, ຍີ່ປຸ່ນ ແລະ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ