ໃນຜົນງານລວມຂອງຂະແໜງການທູດມີການປະກອບສ່ວນຂອງບັນດາອົງການການທູດຢູ່ຕ່າງປະເທດ

ໃນຜົນງານລວມຂອງຂະແໜງການທູດມີການປະກອບສ່ວນຂອງບັນດາອົງການການທູດຢູ່ຕ່າງປະເທດ - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລັດ​ເຊຍ ຫງວຽນ​ແທງ​ເຊີນ
ຕອບ​ສຳພາດ​ຕໍ່​ນັກ​ຂ່າ​ວ VOV)


(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 70 ປິ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ (28/08/2015), ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າ​ວວິ​ທະ​ຍຸ​ກະຈາ​ຍສຽງ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລັດ​ເຊຍ ຫງວຽນ​ແທງ​ເຊີນ ​ເນັ້ນ​ໜັກ​ວ່າ, ​ໃນ​ຜົນງານ​ລວ​ມຂອງຂະ​ແໜງ​ກາ​ນທູດ​​ໃນ​ໄລ​ຍະ 70 ປີຜ່ານມາ, ​ໄດ້​ມີ​ການ​ປະກອບ​ສ່ວນ​ຂອງ​ບັນດາ​ອົງການ​ການ​ທູດ​ຢູ່​ຕ່າງປະ​ເທດ. ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບ​ສະຫະພັນ​ລັດ​ເຊ​ຍ, ທ່ານ​ເອກອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ຖື​ວ່າ.

          “ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊ​ຍ ​ໃນ​ປະຈຸ​ບັນ ​ແມ່ນ​ສືບ​ທອດ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ​ສະຫະພາບໂຊ​ວຽດ ​ໃນ​ເມື່ອ​ກ່ອນ. ພວກ​ເຮົາ​ພວມ​ນຳ​ໃຊ້​ນະ​ໂຍບາຍການ​ຕ່າງປະ​ເທດ, ບໍ່​ພຽງ​ແຕ່​ໜູນໃຊ້​ການ​ທູດ​ປະຊາຊົນ ກັບ​ການ​ທູດ​​ເປັນ​ທາງ​ການ​ຂອງ​ລັດ​ເທົ່າ​ນັ້ນ, ຫາ​ກພວກ​ເຮົາ​ຍັງ​ໜູນໃຊ້​ບັນດາ​ຊ່ອງ​ອື່ນ ​ໃນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ເຊື່ອມ​ໂຍງ, ​ໃນ​ນັ້ນ​ມີ​ບົດບາດ​ຂອງສະຫະພັນ​ລັດ​ເຊ​ຍ ຢູ່​ເອີ​ລົບ ອີກ​ດ​້ວຍ.”

          ​ໃນ​ສະພາບ​ທີ່​ຫວຽດນາມ ພວມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ແຮງ​ຄື​ປະຈຸ​ບັນ, ທ່ານ​ເອກອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ​ເຊື່ອ​ໝັ້ນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ລະຫວ່າງ ຫວຽດນາມ - ສະຫະພັນ​ລັດ​ເຊຍ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ​ຮັບ​ການ​ຍົກ​ຂຶ້ນ​ອີກລະ​ດັບ​ໜຶ່ງ, ພິ​ເສດ​ແມ່ນ​ບັນດາ​ຂ​ົງ​ເຂດ​ໃໝ່​ຄື​ພະລັງງານ​ປະລະມານູ.

ຂ່າວ/ບົດ​ອື່ນ