ໃນອາທິດນີ້, ບັນດາສະມາຊິກສະພາ ແຫ່ງຊາດຈະສຸມໃສ່ ວຽກງານສ້າງກົດໝາຍ

ໃນອາທິດນີ້, ບັນດາສະມາຊິກສະພາ ແຫ່ງຊາດຈະສຸມໃສ່ ວຽກງານສ້າງກົດໝາຍ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ)

(vovworld) – ​ວັນ​ທີ 26/05, ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸ​ດທີ 13. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດຈະ​ສຸ​ມ​ໃສ່​​ວຽກ​ງານ​ສ້າງ​ກົດໝາຍ. ສະພາ​ແຫ່ງ​ຊາດ​ໄດ້ຮັບ​ຟັງ​ໃບ​ສະ​ເໜີ ​ແລະ ບົດ​ລາຍການ​ກວດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ (ສະບັບ​ປັບປຸງ) ​ແລະ ຮັບ​ຟັງບົດ​ລາຍ​ງານ​ອະພິ​ປາຍກ່ຽວ​ກັບ​ການຮັບ​ຮອງ, ປັບປຸງ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ລົ້ມ​ລະລາຍ (ສະບັບ​ປັບປ​ຸງ) ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ດັ່ງກ່າວ. ສະພາ​ແຫ່ງ​ຊາດຮັບ​ຟັງ​ໃບ​ສະ​ເໜີ ​ແລະ ບົດ​ລາຍ​ງານ​ກວດກາ​ຮ່າງ​ກົດ​ໝາຍ​ວ່າດ້ວຍ​ປະກັນ​​ໄພສັງຄົມ (ສະບັບ​ປັບ​ປຸງ) ​ແລະ ປຶກສາ​ຫາລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2015, ປັບປຸງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຊຸດ​ທີ 13 ​ແລະ ປີ 2014 ຂອງ​ສະພາ​ແຫ່ງ​ຊາດ.

        ໃນ​ວາລະ​ເຮ​ັດວຽກ​ຕອນ​ເຊົ້າ​ວັນ​ທີ 26/05 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ.

        ພາຍຫຼັງ​ຮັບ​ຟັງ​ໃບ​ສະ​ເໜີ, ບົດ​ລາຍການ​ກວດກາ​ກ່ຽວ​ກັບ​ບັນດາ​ຮ່າງ​ກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດ (ສະບັບ​ປ​ັບປຸງ), ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ ການ​ປັບປຸງກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດ  ​ແມ່ນ​ຈຳ​ເປັນ ​ແລະ ​ເຊື່ອ​ໝັ້ນ​ວ່າ ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ (ສະບັບ​ປ​ັບປຸງ) ຈະ​ປະກອບສ່ວນຊ່ວຍ​ຫວຽດນາມ ປົວ​ແປງ​ສະພາບ​​ແວດ​ລ້ອມ​ແຫ່ງ​ການລົງທຶນ, ດຳ​ເນີນ​ທຸລະ​ກິດ, ພ້ອມ​ທັງ​ຊ່ວຍ​ລັດຖະບານ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ເປັນ​ຢ່າງ​ດີກ​ວ່າ. ສະມາຊິກ​ສະພາ​ແຫ່ງ​ຊາດ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ກັບ​ການ​ປັບປຸງກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດ  ຄັ້ງ​ນີ້, ພິ​ເສດ​ແມ່ນ​ສ້າງ​ຄວາມ​ສະ​ເໝີ​ພາບ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໃນ​ວິວັດ​ການ​ເຊື່ອມໂຍງ ​ແລະ ພັດທະນາ.

        ​​​ເວລາ​ຍັງ​ເຫຼືອ​ໃນ​ຕອນ​ເຊົ້າ​ວັນ​ທີ 26/05, ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງບົດ​ລາຍ​ງານ​ອະພິ​ປາຍກ່ຽວ​ກັບ​ການຮັບ​ຮອງ, ປັບປຸງ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ລົ້ມ​ລະລາຍ (ສະບັບ​ປັບປ​ຸງ). ຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດສ່ວນ​ຫຼາຍ​ໄດ້​ເຫັນ​ດີຕໍ່​ເປົ້າ​ໝາຍ​ນຳ​ໃຊ້ກົດໝາຍ​ແມ່ນ​ວິ​ສາ​ຫະກິດ ​ແລະ ສະຫະກອນ. ຄຽງ​ຂ້າງ​ນັ້ນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກໍ່​ມີ​ບັນດາ​ຄຳ​ເຫັນ​ທີ່​ແຕກ​ຕ່າງ​ກັນກ່ຽວ​ກັບ​ບັນຫາສິດ​ຕັດສິນ​ຄະດີ​ລົ້ມ​ລະລາຍ​ຂອງ​ສານ​ປະຊາຊົນ.

​ໃນ​ການປຶກສາ​ຫາລື​ເມື່ອ​ຕອນ​ບ່າຍ 26/5 ​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​​ຮ່າງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2015, ປັບປຸງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຊຸດ​ທີ 13 ​ແລະ ປີ 2014 ຂອງ​ສະພາ​ແຫ່ງ​ຊາດ, ພ້ອມ​ກັບ​ບັນ​ດາ​ຄຳ​ເຫັນ​ທີ່​ເຫັນ​ດີ​ເຫັນ​ພ້ອມ​ນັ້ນ, ຍັງ​ມີ​ສະມາຊິກ​ຫຼາຍ​ທ່ານ​ຖື​ວ່າ ຄວນ​ຍົກ​ສູງ​ຄຸນ​ນະພາ​ບການ​ສ້າງ​ກົດໝາຍ​ເພື່ອ​ໃຫ້​ບັນດາ​ກົດໝາຍ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ​ໃຫ້​ບຸລິ​ມາ​ສິດ​ແກ່​ບັນດາ​ຮ່າງ​ກົດໝາຍ​ທີ່ສຳຄັນ​ເພື່ອ​ສອດຄ່ອງ​ກັບ​ລັດຖະທຳ​ມະນູນ ປີ 2013.

  

ຂ່າວ/ບົດ​ອື່ນ