ໄຂ Festival ດອກໄມ້ດ່າລາດຄັ້ງທີ 8

(VOVWORLD) -ຕອນຄ່ຳວັນທີ 20 ທັນວາ, ຢູ່ນະຄອນດ່າລາດ ແຂວງເລິມດົ່ງ, ໄດ້ໄຂ  Festival ດອກໄມ້ດ່າລາດ ຄັ້ງທີ 8 ປີ 2019 ດ້ວຍຫົວເລື່ອງ “ດ່າລາດ ແລະ ດອກໄມ້”.

  
ໄຂ Festival ດອກໄມ້ດ່າລາດຄັ້ງທີ 8 - ảnh 1 ພາບ: https://news.zing.vn/

    ກ່າວຄຳເຫັນທີ່ພິມີທີໄຂ,  ທ່ານ ເຈືອງຮ່ວາບິນ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ໄດ້ຢືນຢັນວ່າ: Festival ດອກໄມ້ດ່າລາດ ໄດ້ຮັບການຮັບຮູ້ຈາກສັງຄົມ, ແມ່ນເຫດການວັດທະນະທຳ ການທ່ອງທ່ຽວທີ່ພົ້ນເດັ່ນ, ແມ່ນງານບຸນພິເສດສະເພາະຂອງນະຄອນເຂດພູພຽງທີ່ມີການກະທົບຢ່າງແທດຈິງ, ຊຸກຍູ້ການພັດທະນາກະສິກຳ ແລະ ການທ່ອງທ່ຽວ:

   ເພື່ອສ້າງຄວາມປະທັບໃຈທີ່ດີໃຫ້ແກ່ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເມື່ອມາຢ້ຽມຢາມ ດ່າລາດ ນັ້ນ, ແຂວງ ເລິມດົ່ງ ຕ້ອງຊີ້ນຳການພັດທະນາການທ່ອງທ່ຽວໃຫ້ມີຄຸນນະພາບສູງ, ທັນສະໄໝ, ມີຈຸດສຸມ, ເປັນມືອາຊີບ ຖືການພັດທະນາຕາມລວງເລິກເປັນສຳຄັນ ຮັບປະກັນຄຸນນະພາບ ແລະ ປະສິດທິຜົນ. ເພີ່ມທະວີການຄຸ້ມຄອງຂອງລັດກ່ຽວກັບການເຄື່ອນໄຫວທ່ອງທ່ຽວ, ການບໍລິການ, ຍູ້ແຮງການພັດທະນາກະສິກຳນຳໃຊ້ເຕັກໂນໂລຊີສູງ ຕິດພັນກັບການພັດທະນາບັນດາໝູ່ບ້ານດອກໄມ້…..


ຕອບກັບ

ຂ່າວ/ບົດ​ອື່ນ