ໄຂກອງປະຊຸມຄັ້ງທີ 15 ຄະນະປະຈຳສະພາແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 15 ຄະນະປະຈຳສະພາແຫ່ງຊາດ - ảnh 1
ພາບປະກອບ
(vovworld)-  ຕອນເຊົ້າວັນທີ 25/2 ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 15. ກອງ​ປະຊຸມ​ດຳ​ເນີນ​ໃນ​​ເວລາ​ 2 ວັນ ຄື​ວັນ​ທີ 25 ​ແລະ 26/2. ກ່າວ​ຄ​ຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຊີ້​ແຈງ​ວ່າ: ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ທີ່ສຳຄັນ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ຈະ​ມາ​ເຖິງ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ກໍ່​ການ​ຮ້າຍ; ກົດໝາຍສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການພັກ​ອາ​ໄສ, ພິຈາລະນາ, ຮັບຮອງ​ເອົາ​ລັດຖະບັນຍັດ​ສະບັບປັບປຸງ, ​ເພ​ີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ອາວຸດ, ວັດຖຸລະ​ເບ​ີດ ​ແລະ ອຸປະກອນ​ຫນູນ​ຊ່ວຍ.  ​ເພື່ອ​ສືບ​ຕໍ່​ປັບປຸງ, ປ່ຽນ​ໃຫມ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ​ແຜນ​ຮ່າ​ງປ່ຽນ​ໃຫມ່​ກົງຈັກ​ຊ່ວຍ​ວຽກ​ຂອງ​ສະພາ​ແຫ່ງ​ຊາດ​ຈະ​ຖືກ​ນຳ​ມາ​ປຶກສາ​ຫາລື​. ​ເມື່​ອ​ເວົ້າ​ເຖິງ​ບັນຫາ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ຫນັກ​ວ່າ: ກົງຈັກ​ຊ່ວຍ​ວຽກ​ຂອງ​ສະພາ​ແຫ່ງ​ຊາດ, ຂອງ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ມີ​ບົດບາດ​ສຳຄັນ​ທີ່​ສຸດ, ສະ​ນັ້ນ ຄວນ​ພິຈາ​ລະນາ​ແຜ​ນຮ່າງ​ປ່ຽນ​​ໃຫມ່​​ໂຄງ​ປະກອບ​ກົງຈັກ, ພາລະ​ບົດບາດ, ຫນ້າ​ທີ່, ສິດ​ອຳນາດ​ກໍ​ຄື​ຂັ້ນ​ຕອນ​ບໍລິຫານ​ໃນ​ການ​ຊ່ວຍ​ແກ່ວຽກບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ