ໄຂກອງປະຊຸມຄັ້ງທີ 28 ຄະນະປະຈຳສະພາ ແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 28 ຄະນະປະຈຳສະພາ ແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 15/05, ​ກອງ​ປະຊຸມ​ຄັ້ງ​ທີ 28 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຖືກ​ໄຂ​ຂຶ້ນເພື່ອແນໃສ່ກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 13 ເຊິ່ງຈະຖືກໄຂຂຶ້ນ ໃນອາທິດໜ້າ. ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະໃຫ້ຄຳເຫັນກ່ຽວກັບບົດລາຍງານ ເພີ່ມເຕີມຂອງລັດຖະ

ບານ ຕີລາຄາໝາກຜົນແຫ່ງການປະຕິບັດ​​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2013; ສະພາບ​ການປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​​ແຫ່ງ​ລັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2014; ການ​ກະກຽມ​ບັນດາ​ເນື້ອ​ໃນ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ກ່ຽວ​ກັບ​ການ​ຕິດຕາມ​ກວດກາ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ຟັງບົດ​ລາຍ​ງານ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2005 – 2012; ກ່ຽວ​ກັບ​ປະສິດທິ​ຜົນ​ສັງ​ລວມດ້ານເສດຖະກິດ, ສັງຄົມ​ຕິດ​ພັນ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປ້​ອງ​ກັນ​ຄວາມ​ສະຫງົ​ບຂອງໂຄງການ ​ໂບສິດ ​ເຕີນຣາຍ 2 ​ແຫ່ງ…

        ​ແລະ​ກໍ່​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ຜູ້​ແທນ​ຈະ​ໃຫ້​ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ຂໍ້ 2 ມາດຕາ 13 ຂອງກົດໝາຍ​ວ່າ​ດ້ວຍສັນຊາດ​ຫວຽດນາມ…

ຂ່າວ/ບົດ​ອື່ນ