ໄຂກອງປະຊຸມຄັ້ງທີ12ຄະນະບໍລິຫານງານສູນກາງພັກຊຸດທີ11

ໄຂກອງປະຊຸມຄັ້ງທີ12ຄະນະບໍລິຫານງານສູນກາງພັກຊຸດທີ11 - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 12 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11
(ພາບ: VGP)


(vovworld) – ກອງ​ປະຊຸມ​ຄັ້ງ​ທີ 12 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ​​ໄດ້​ຖືກໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 5/10 ຢູ່​ຮ່າ​ໂນ້ຍ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດນາມ ຫງວຽນ​ຟູຈ້ອງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ປຶກສາ​ຫາລື​ບັນດາບັນຫາທີ່​ສູນ​ກາງ​ພັກມີຄວາມ​ສົນ​ໃຈ​ໃນ​ວິວັດ​ການ​ປຶກສາ​ຫາລື, ພິຈາລະນາ, ຕົກລົງ. ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ, ທ່ານ​​ເລຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ສະ​ເໜີ​ວ່າ.

        “​ເອົາ​ໃຈ​ໃສ່ໄຈ້​ແຍກ, ຕີ​ລາຄາ​ການ​ກະທົບ​ຈາກ​ການ​ຜັນ​ແປ​ຜິດ​ປົກກະຕິ​​ໃນ​ໂລກ ​ແລະ ​ໃນ​ພາກ​ພື້ນ​ສຳລັບ​ເສດຖະກິດ - ສັງຄົມ​ຫວຽດນາມ, ພິ​ເສດ​ແມ່ນຜົນ​ກະທົບ​ຈາກສະພາບ​ການ​ໂລກ​ຟື້ນ​ຟູ​ຢ່າງຊັກ​ຊ້າ, ​ເສດຖະກິດ​ຫຼາ​ຍປ​ະ​ເທດ​ໃຫຍ່ພວມປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ການ​ຕົກ​ລາຄາ​ຂອງ​ນ້ຳມັນ​ດິບ​ໃນ​ໂລກ ກໍ​ຄື​​ເງິນ​ຢວນ ແລະ ​ສະ​ກຸນເງິ​ນ​ຂອງ​ຫຼາຍ​ປະ​ເທດ​ຖືກ​​ອ່ອນ​ຕົວ​ລົງ. ​ໄຈ້​ແຍກ, ຄາດ​ຄະ​ເນ​ສະພາບ​ການ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2015 ​ແລະ ປີ 2016, ພິ​ເສດ​ແມ່ນ​ທ່າ​ອ່ຽງການ​ປ່ຽນ​ແປງ​ຂອງ​ຕະຫຼາດ​ໂລກ ​ແລະ ສະພາບຕົວ​ຈິງ​ຂອງ​ປະ​ເທດ​ຊາດ ທີ່​ພວມ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ພາກ​ພື້ນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ. ຈາກ​ນັ້ນ, ວາງ​ອອກ​ເປົ້າໝາຍ​ສັງ​ລວມ, ບາງ​​ເປົ້າ​ໝາຍ, ຄາດໝາຍ​ຕົ້ນຕໍ່ ​ແລະ ບັນດາ​ໜ້າ​ທີ່, ມາດ​ຕະການ​ສຳຄັນ​ທີ່​ຄວນ​ສຸມ​ໃສ່​​ໃຫ້ບຸລິ​ມາ​ສິດ​ຊີ້​ນຳ​, ນຳພາ​​ການປະຕິບັດ, ສ້າງ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​, ມີ​ລັກສະນະ​ບຸກທະລຸ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2016 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປ”.

        ກ່ຽວ​ກັບ​ວຽງ​ການ​ກະກຽມ​ບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເນັ້ນ​ໜັກ​ວ່າ.

        “ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ກົມ​ການ​ເມືອງ​ໄດ​້ຍືນ​ສະ​ເໜີ​ໝາກຜົນ​ແນະນຳ​ບຸກຄະລາ​ກອນ ຜ່ານ 2 ຮອບ​ຂອງ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ, ບັນດາ​ອົງການ, ຫົວໜ່ວຍ​ຂຶ້ນ​ກັບ​ສູນ​ກາງ. ອີງ​ໃສ່​ໝາກຜົນ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ນີ້, ກົມ​ການ​ເມືອງ ຈະ​ຊີ້​ນຳ​ການປະຕິບັດການ​ກະກຽ​ມ, ສ້າງ​​ເອກະສານ​ໃຫ້​ສຳ​ເລັດ, ພິຈາລະນາ​ແຕ່​ລະ​ກໍລະນີ​ຢ່າງ​ລະອຽດ, ຕົກລົງ​ທີ່​ບັນດາ​ກອງ​ປະຊຸມ​ຄັ້ງ​ຕໍ່​ໄປ. ກໍ​ຢູ່​ທີ່​ກອງ​ປະຊຸມ​ນີ້​, ເປັນ​ຄັ້ງ​ທຳ​ອິດ​ທີ່​ກົມ​ການ​ເມືອງ​ຍື່ນ​ສະ​ເໜີ​ຕໍ່ສູນ​ກາງ​ບົດ​ລາຍ​ງານ​ ກ່ຽວ​ກັບ​ວຽກ​ງານ​ກະກຽມ​ບຸກຄະລາ​ກອນ​ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ ​ແລະ ບັນດາ​ຕຳ​ແໜ່​ງການ​ນຳ​ຫຼັກ​ແຫຼ່ງ. ​ເປັນ​​ເອກະ​ພາບ​ຢ່າງສູງ​ກ່ຽວ​ກັບ​ບັນຫາ​ນີ້ ຈະ​​ເປັນພື້ນຖານ​ສຳຄັນ​ຍິ່ງ ​ເພື​່ອ​ໃຫ້​ສູນ​ກາງພັກ​ປຶກສາ​ຫລື ​ແລະ ຕົກລົງ​ບຸກຄະລາ​ກອນ​ລະອຽດ​ຢູ່​ທີ່​ບັນດາ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ຕໍ​່ໄປ”.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ ສະ​ເໜີ​ສູນ​ກາງພັກ​ປຶກສາ​ຫາລື, ພິຈາລະນາ, ຕົກລົງ​ບັນດາ​ບັນຫາ​ທີ່​ຍົກ​ອອກ​ໃນ​ແຜນ​ຮ່າງ ​ແລະ ​ໃບ​ສະ​ເໜີ ​ເພື່ອ​ມີ​ພື້ນຖານ​ໃຫ້​ແກ່​ການ​ຊີ້​ນຳ, ນຳພາ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ທຸກ​ຂັ້ນ, ອາຍຸ​ການ 2016-2021 ​ໃຫ້​ສຳ​ເລັດ​ຜົນ. ​ເ​ນັ້ນ​ໜັກ​ເນື້ອ​ໃນ​ລາຍການ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ນີ້​ແມ່ນລວບ​ລວມ​ບັນດາ ​ເນື້ອ​ໃນ​ພື້ນຖານ ​ແລະ ສຳຄັນ​ທີ່​ສຸດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ ສະ​ເໜີ​ສູນ​ກາງພັກສຸມ​ໃສ່​ຄົ້ນ​ຄ້ວາ, ປຶກສາ​ຫາລື, ​ໃຫ້​​ໃຫ້​ຄຳ​ເຫັນ ​ເພື່ອ​ສືບ​ຕໍ່​ປັບປຸງ ​ແລະ ພິຈາລະນາ, ຕົກລົງ​ໃນ​ທ້າຍ​ກອງ​ປະຊຸມ.

        ຕາມ​ລາຍ​ການ, ກອງປະຊຸມສູນ​ກາງພັກຄັ້ງທີ 12 (ຊຸດທີ 11) ຈະຖືກ​ອັດ​ລົງ​ໃນ​ວັນ​ທີ 11/10.

ຂ່າວ/ບົດ​ອື່ນ