ໄຂກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການ ທະນາຄານສູນກາງກຸ່ມ G 20

ໄຂກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການ ທະນາຄານສູນກາງກຸ່ມ G 20 - ảnh 1
( ພາບປະກອບ )
( vovworld ) - ວັນ​ທີ 25/2, ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ ​ແລະ ຜູ້​ວ່າ​ການ​ທະນາຄານ​ສູນ​ກາງກຸ່ມ​ບັນດາ​ພື້ນຖານ​ເສ​ດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ ( ຈີ 20 ) ຖືກ​ໄຂ​ຂື້ນ​ຢູ່​ນະຄອນຫຼວງ​ເມ​ຊີ​ໂກ ​ເພື່ອ​ແນ​ໃສ່​ຊອກຫາ​ມາດ​ຕະການ​ຊຸກຍູ້​ຄວາມ​ໝັ້ນຄົງ ​ແລະ ພັດທະນາ​ເສດຖະກິດ​ທົ່ວ​ໂລກ, ພ້ອມ​ກັນ​ນັ້ນ​ກໍ​ປຶກສາ​ຫາລື​ມາດ​ຕະການ​ແກ້​ໄຂວິ​ກິດ​ການ​ໜີ້​ສິນ​​ແຫ່ງລັດ​ຂອງເຂດ​ນຳ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມ. ​ໃນ​ເວລາ​ສາມ​ມື້​ດຳ​ເນີນ​ກອງ​ປະຊຸມ, ຜູ້​ຕາງ​ໜ້າ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ບັນດາ​ອົງການ​ສາກົນ​ໄດ້​ປຶກສາ​ຫາລື​ຫຼາຍ​ຫົວ​ຂໍ້​ທີ່​ສຳຄັນ​ເພື່ອ​ແນ​ໃສ່​ຊຸກຍູ້​ພື້ນຖານ​ເສດຖະກິດ​ໂລກ​ພັດທະນາ​​ໃຫ້​ມີ​ຄວາມເປັນ​ລະບຽບ, ​ໃນ​ນັ້ນ​ມີ​ເລື່ອງ​ສະໜອງ​ເງິນຕາ​ໃຫ້​ແກ່​ກອງ​ທຶນ​ເງິນຕາ​ສາກົນ ( IMF ) ​ເພື່ອ​ແນ​ໃສ່​ຊຸກຍູ້​ວິ​ກິດ​ການ​ໜີ້​ສິນ​ຢູ່​ເອີ​ລົບ. ກອງ​ປະຊຸມ​ກໍ​ຈະ​ຊອກ​ຫາ​ຄວາມ​ສ່ຽງ ​ແລະ ສິ່ງ​ທ້າ​ທ້າຍທີ່​ມີ​ຕໍ່​ເສດຖະກິດ​ໂລກ, ບັນດາ​​ໂຄງການ​ເຄື່ອນ​ໄຫວ​ເພີ່ມ​ເຕີມ ​ແລະ ກຳນົດ​ບັນດາ​ນະ​ໂຍບາຍ​ຄວນ​ນຳ​ໃຊ້​ສຳລັບ​ແຕ່ລະ​ປະ​ເທດ, ປຶກສາ​ຫາລື​ກ່ຽວ​ກັບບັນດາ​ໂຄງການ​​ເຄື່ອນ​ໄຫວ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ວຽກ​ງານ​ປົກ​ປ້ອງ​ຜູ້ນຳ​ໃຊ້​ການ​ບໍລິການ​ດ້ານ​ການ​ເງິນ, ລາ​ຄາ​ວັດຖຸ​ດິບ, ລາ​ຄາ​ສະບຽງ​ອາການ, ຍຸດ​ທະ​ສາດ​ການ​ພັດທະນາ ​ແລະ ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ.
ຂ່າວ/ບົດ​ອື່ນ