ໄຂກອງປະຊຸມສົນທະນາ ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ເວທີປາໄສ ພາກພື້ນ ອາຊຽນ

ໄຂກອງປະຊຸມສົນທະນາ ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ເວທີປາໄສ ພາກພື້ນ ອາຊຽນ  - ảnh 1

(vovworld) - ວັນ​ທີ 24/5, ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງປ້ອງ​ກັນ​ປະ​ເທດ ມາ​ຈາກ 27 ປະ​ເທດ ​ໄດ້​ເຕົ້າ​ໂຮມ​ຢູ່​ນະຄອນຫຼວງ ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ ​ເພື່ອ​ເຂົ້າ​ຮ່ວມ​ການ​ສົນທະນາ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ກະຊວງປ້ອງ​ກັນ​ປະ​ເທດ ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ຫຼື ARF – DOD) ​ເພື່ອ​ປຶກສາ​ຫາ​ລື​ກ່ຽວ​ກັບ​ວິທີ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ໃນ​ຂົງ​ເຂດ​ໜູນ​ຊ່ວຍ​ມະນຸດສະທຳ, ​ແກ້​ໄຂ​ໄພພິບັດ ​ແລະ ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ພົນ​ຕີ Nem Sowath, ຫົວໜ້າ​ກົມ​ນະ​ໂຍບາຍ ​ແລະ ພົວພັນ​ຕ່າງປະ​ເທດ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈ​ຍ ​ໃຫ້​ຮູ້​ວ່າ: ການ​ສົນທະນາ​​ທີ່​ແກ່​ຍາວ​ເປັນ​ເວລາ 2 ວັນ​ນີ້​ຈະ​ຊອກ​ຫາ​ການ​ຮ່ວມ​ມື ຈາກ​ບັນດາ​ຄູ່​​ສົນທະນາ​​ຂອງ​ອາ​ຊຽນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່ກ່າວ​ມາ​ຂ້າງ​ເທິງ​ກ່ວາ​ອີກ. ພົນ​ຕີ Nem Sowath ​ເນັ້ນ​ໜັກ​ວ່າ: ການ​ໜູນ​ຊ່ວຍ​ຂອງ​ບັນດາ​ປະ​ເທດ​ຄູ່​​ສົນທະນາ​​ໃນ​ການກໍ່ສ້າງ​ພາກ​ພື້ນ ອາ​ຊຽນ ມີສັນຕິພາບ, ​ປອງ​ດອງ, ​ແລະ ວັດ​ຖະນາ​ຖາ​ວອນແມ່ນ​ສຳຄັນ​ທີ່​ສຸດ. ຕາມ​ທ່ານ ພົນ​ຕີ Nem Sowath ​ແລ້ວ, ບັນດາ​ເຈົ້າ​ໜ​້າທີ່​ກໍຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານ​ການ​ເຄື່ອນ​ໄຫວ​ຄ້າມະນຸດ ​ແລະ ຢາ​ເສບ​ຕິດ, ຄວາມ​ສະຫງົບ​ປອດ​ໄພ​ທາງ​ທະ​ເລ ​ແລະ ບັນຫາ​ກໍ​ການ​ຮ້າຍ​ສາກົນ ຢູ່​ພາກ​ພື້ນ. ນອກຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນຊາ​ດມາ​ຈາກ​ບັນດາ​ປະ​ເທດ ອາ​ຊຽນ, ຍັງ​ມີ​​ເຈົ້າ​ໜ້າ​ທີ່​ກະຊວງປ້ອງ​ກັນ​ປະ​ເທດ ມາ​ຈາກ ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ອິນ​ເດຍ, ຍີ່ປຸ່ນ ​ແລະ ສ ​ເກົາຫຼີ.​​..​

 

ຂ່າວ/ບົດ​ອື່ນ