ໄຂກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ

(VOVWORLD) - ໃນເວລາ 2 ມື້ເຄິ່ງ, ນັບແຕ່ມື້ນີ້ຈົນເຖິງຕອນເຊົ້າຂອງວັນທີ 30 ສິງຫາ, ກອງປະຊຸມຈະມີຄຳເຫັນ, ປຶກສາຫາລືກ່ຽວກັບຮ່າງກົດໝາຍ 8 ສະບັບທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 6 ທີ່ຈະມາເຖິງນີ້.
ໄຂກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ - ảnh 1ກອງປະຊຸມສະມາຊິກສະພາແຫ່ງຊາດ ເຄື່ອນໄຫວວຽກງານສະເພາະກິດຄັ້ງທີ 4
(ພາບ:VOV)

ໃນຕອນເຊົ້າວັນທີ 28 ສິງຫາ, ທີ່ຫໍສະພາແຫ່ງຊາດ ຫວຽດນາມ, ໄດ້ໄຂກອງປະຊຸມສະມາຊິກສະພາແຫ່ງຊາດ ເຄື່ອນໄຫວວຽກງານສະເພາະກິດຄັ້ງທີ 4, ອາຍຸການຊຸດທີ XV.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຊີ້ແຈ້ງບັນດາຮ່າງກົດໝາຍນີ້ລ້ວນແຕ່ແມ່ນຮ່າງກົດໝາຍທີ່ສຳຄັນ, ໄດ້ຮັບຄວາມສົນໃຈເປັນພິເສດຈາກຫາງສຽງ ແລະ ສະມາຊິກສະພາແຫ່ງຊາດ, ມີຫຼາຍຂໍ້ກຳນົດໃໝ່, ເປົ້າໝາຍທີ່ຮັບຜົນສະທ້ອນກ້ວາງຂວາງ, ບາງເນື້ອໃນຍັງມີຄວາມເຫັນທີ່ແຕກຕ່າງກັນ, ພິເສດແມ່ນລະຫວ່າງບັນດາອົງການຮັບຜິດຊອບການກວດກາ ແລະ ອົງການຮຽບຮຽງ, ຄວນສືບຕໍ່ໄດ້ຮັບການຄິດໄລ່ຊັ່ງຊາ, ປຶກສາຫາລືຢ່າງລະອຽດລະອໍ. ທ່ານປະທານສະພາແຫ່ງຊາດ ຍັງເອົາຕັກເຕືອນບັນດາສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນໃສ່ບັນດາເນື້ອໃນຍັງມີຫຼາຍຄຳເຫັນທີ່ແຕກຕ່າງກັນ ເພື່ອຄົ້ນຄ້ວາ, ໄຈ້ແຍກ, ຄິດໄລ່ຊັ່ງຊາ ເພື່ອເລືອກເອົາວິທີການດີທີ່ສຸດ.

ກອງປະຊຸມຖືກຈັດຂື້ນເພື່ອຮັບເອົາຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ ເຄື່ອນໄຫວວຽກງານສະເພາະກິດ, ປະກອບສ່ວນເສີມສ້າງພື້ນຖານໃຫ້ສົມບູນແບບ, ຍົກສູງຄຸນນະພາບຂອງບັນດາຮ່າງກົດໝາຍກ່ອນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 6. ໃນເວລາ 2 ມື້ເຄິ່ງ, ນັບແຕ່ມື້ນີ້ຈົນເຖິງຕອນເຊົ້າຂອງວັນທີ 30 ສິງຫາ, ກອງປະຊຸມຈະມີຄຳເຫັນ, ປຶກສາຫາລືກ່ຽວກັບຮ່າງກົດໝາຍ 8 ສະບັບທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 6 ທີ່ຈະມາເຖິງນີ້. ຮ່າງກົດໝາຍ 8 ສະບັບລວມມີ: ກົດໝາຍວ່າດ້ວຍ ທີ່ດິນ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ເຄຫະ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ຊັບພະຍາກອນນຳ້ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ການໂທລະຄົມມະນາຄົມ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ກຳລັງທີ່ເຂົ້າຮ່ວມການປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຢູ່ຮາກຖານ; ກົດໝາຍວ່າດ້ວຍ ການຄຸ້ມຄອງ, ປ້ອງກັນກິດຈະກຳການປ້ອງກັນຊາດ ແລະ ເຂດການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ