ໄຂກອງປະຊຸມສຳມະນາ“ ສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ(PCA)

ໄຂກອງປະຊຸມສຳມະນາ“ ສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ(PCA) - ảnh 1
(ພາບປະກອບ)


Vovworld- ຕອນ​ເຊົ້າ​ວັນ​ທີ 23/10, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ“ ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ(PCA): ຂອບ​ເຂດ​ການ​ຮ່ວມ​ມື​ໃໝ່​ໃຫ້​ແກ່​ການ​ພົວພັນ​ຫວຽດນາມ-EU” ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ສົມທົບ​ກັບ​ຄະນະ​ຜູ້ຕາງໜ້າ EU ປະຈຳ​ຫວຽດນາມ. ກ່າວ​ຄຳ​ເຫັນ​ໄຂ ກອງ​ປະຊຸມ​ສຳ​ມະ​ນາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Bui Thanh Son ​ເນັ້ນ​ໜັກ​ວ່າ :

   “ ສັນຍາ PCA ​ແມ່ນ​ບໍ່​ພຽງ​ແຕ່​ດັດສົມ​ການ​ພົວພັນ​ລະຫວ່າງ ຫວຽດນາ​ມ- EU ​ໃນ​ບັນດາ​ຂົງ​ເຂດ​ຄື​ຮ່ວມ​ມື​ພັດທະນາ, ​ເສດຖະກິດ-ການ​ຄ້າ, ການ​ສຶກສາບຳລຸງ​ສ້າງ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເທົ່າ​ນັ້ນ, ຫາກ​ຍັງ​ລວມທັງ​ການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ການ​ພົວພັນ​ຫວຽດນາມ- EU ພວມ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ແງ່​ຫວັງ​ພັດທະນາ​ອັນ​ໃຫຍ່​ຫຼວງ, ​ໃນ​ນັ້ນ​ມີ ສັນຍາ PCA, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ ການ​ພົວພັນ​ຫວຽດນາມ- EU​ໃນ​ຫຼາຍ​ປີ​ທີ່​ຈະ​ມາ​ເຖິງ​. ”

    ສ່ວນ​ທ່ານ​ດຣ Franz Jessen ເອກ​ອັກຄະລັດຖະທູດ, ຫົວໜ້າຄະນະ​ຜູ້ຕາງໜ້າ EU ປະຈຳ​ຫວຽດນາມ ຊີ້​ແຈງ​ວ່າ :

    “ ສັນຍາ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ໃໝ່ ສະ​ແດງ​ໃຫ້​ເຫັນ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ EU ​ໃນ​ການ​ປັບປຸງ​ການ​ພົວພັນ​ ໃຫ້​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາກັບ​ຫວຽດນາມຊຶ່ງ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ພ້ອມ​ແລ້ວ​ຈະ​ຮັບ​ຜິດຊອບ​ໜ້າ​ທີ່​ນັບ​ມື້​ນັບ​ຫຼາຍ​ບົນ​ເວທີ​ສາກົນ, ຊຶ່ງ​ແມ່ນ​ປັດ​ໄຈ​ສູນ​ກາງຂອງ​ອາ​ຊຽນ, ​ແລະ ​ແມ່ນ​ພື້ນຖານ​ເສດຖະກິດ​ທີ່​ຂະຫຍັນ​ຂັ່ນ​ເຄື່ອນ​ພິ​ເສດ. ສັນຍາ​ໃໝ່​ໂດຍ​ອີງ​ບົນ​ບັນດາ​ຜົນ​ປະ​ໂຫຍ​ດ ​ແລະ ຫຼັກການ​ຮ່ວມ ຈະ​ເປີດ​ຍຸກ​ໃໝ່​ໃນ​ການ​ພົວພັນ 2 ຝ່າຍ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ ​ເຫດການ​ນີ້​ຈະ​ຊ່ວຍ​ນຳ​ການ​ພົວພັນ​ຫວຽດນາມ- EU ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ” .

ຂ່າວ/ບົດ​ອື່ນ