ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ພັກກອມມູນິດຫວຽດນາມ

(vovworld) - ວັນ​ທີ 20/1, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ​ຫວຽດນາມ​ ​ໄດ້​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ມີ້​ດິ່ງ, ຮ່າ​ໂນ້ຍ. ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ ມີ​ຜູ້​ແທນ 1.510 ຄົນ, ທີ່​ຕາງໜ້າ​ໃຫ້​ສະມາຊິກ​ພັກ​ພາຍ​ໃນທົ່ວ​ປະ​ເທດ 4,5 ລ້ານ​ຄົນ. “ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ໃຫຍ່​ແມ່ນ: ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກ​ໃຫ້​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ; ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ປະຊາທິປະ​ໄຕ​ສັງຄົມ​ນິຍົມ; ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ຄົບ​ຊຸດ; ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ຮັກສາ​ສະພາບແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ; ສູ້​ຊົນ​ນຳ​ ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານຢ່າງ​ໄວ“.

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ພັກກອມມູນິດຫວຽດນາມ - ảnh 1

ປະທານ​ປະ​ເທດ ​ເຈືອງ​ເຕິ່ນ​ຊາງອ່ານ​ສູນ​ທອນ​ພົດ​ໄຂ​ກອງ​ປະຊຸມ​ໃຫຍ່
(ພາບ:ອິນເຕີແນດ)

        ອ່ານ​ສູນ​ທອນ​ພົດ​ໄຂ​ກອງ​ປະຊຸມ​ໃຫຍ່, ກຳມະການ​ກົມ​ການ​ເມືອງ, ປະທານ​ປະ​ເທດ ​ເຈືອງ​ເຕິ່ນ​ຊາງ ​ເນັ້ນ​ໜັກ​ວ່າ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ ຮັບຜິດຊອບ​ໜ້າ​ທີ່​ປະຫວັດສາດ​ອັນ​ໃຫຍ່​ຫຼວງ​ຕໍ່​ທົ່ວ​ທັງ​ຊາດ. ກອງ​ປະຊຸມ​ໃຫຍ່​ມີໜ້າ​ທີ່​ຕີ​ລາຄາ​ໝາກຜົນ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ສຳ​ຫຼວດກວດຄືນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ (ອາຍຸ​ການ 2011-2015), ຕົກລົງ​ທິດ​ທາງ​ຄາດໝາຍ​ໜ້າ​ທີ່​ໄລຍະ 5 ປີ (2016-2020) ​ແລະ ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12 ອາຍຸ​ການ (2016-2020).

        “ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ, ກຳນົດ​ທິດ​ທາງ, ລະດົມ​ກຳລັງ​ໃຈ ​ແລະ ປຸກລະດົມ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ, ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກ​ໃຫ້​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ທົ່ວ​ທັງ​ຊາດ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ແມ່ນ​ກອງ​ປະຊຸມ​ໃຫຍ່​ແຫ່ງ​ຄວາມ​ສາມັກຄີ, ປະຊາທິປະ​ໄຕ, ​ເປັນ​ລະບຽບ, ປ່ຽນ​ໃໝ່, ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ, ​ເຈດ​ຈຳນົງ​ກ້າ​ແກ່ນ ​ແລະ ຄວາມ​ຕັດສິນ​ໃຈ​ກ້າວ​ຂຶ້ນ​ຂອງ​ທົ່ວ​ທັງ​ຊາດ, ​ເພື່ອ​ປະ​ເທດ​ຫວຽດນາມ​ ປະຊາຊົນຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ, ກ້າວ​ຂຶ້ນ​ສັງຄົມ​ນິຍົມ​ຢ່າງ​ໝັ້ນຄົງ“.

        ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ອ່ານ​ບົດ​ລາຍ​ງານ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ກ່ຽວ​ກັບ​ບັນດາ​ເອກະສານ​ຍື່ນ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12. ​ ເນັ້ນ​ໜັກ​ເຖິງ​ຜົນງານ​ຂອງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ, ​ໃນ 5 ປີ​ຕໍ່ໜ້າ ຈະ​ມີ​ການ​ຫັນປ່ຽນ​ສັບສົນ​ຫຼາຍ​ຢ່າງ​ທີ່​ກະທົບ​ໂດຍ​ກົງ​ເຖິງ​ປະ​ເທດ​ຊາດ, ສ້າງ​ເປັນ​ກາລະ​ໂອກາດ ​ແລະ ການ​ທ້າ​ທາຍ. ບົນ​ພື້ນຖານ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​​​ເຖິງ 6 ໜ້າ​ທີ່​ຈຸດ​ສຸມ​ໃນ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12, ​ໃນ​ນັ້ນການ​ພັດທະນາ​ເສດຖະກິດ​ສັງຄົມ​​ເປັນ​ໃຈກາງ, ການ​ກໍ່ສ້າງ​ພັກ​​ເປັນກຸນ​ແຈ, ສືບ​ຕໍ່​ປ່ຽນ​ໃໝ່​ຈີນ​ຕະນາ​ການ, ​ເດັດ​ດ່ຽວ​ຮັກສາ​​ເອກະລາ​ດ​ແຫ່ງຊາດ, ລັດທິ​ສັງຄົມ, ​ແກ້​ໄຂ​ບັນຫາ​ເກີດ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ, ​ເອກະລາດ, ​ເປັ້ນ​ເຈົ້າ​ຕົນ​ເອງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ:

        ​“​ເພື່ອ​ພັດທະນາ, ​ເສີມ​ຂະຫຍາຍ​ກາລະ​ໂອກາດ​​ເປັນ​ຢ່າງ​ດີ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ, ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ຕ້ອງມີ​ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຕັດສິນ​ໃຈ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກ​ໃຫ້​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ຍົກ​ສູງ​ຄວາມ​ສາມາດ​ຊີ້​ນຳ​ນຳພາ​ ​ແລະ ກຳລັງ​ສູ້​ຮົບ​ຂອງ​ພັກ. ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ຄົບ​ຊຸດ, ພັດທະນາ​ເສດຖະກິດ​ຢ່າງ​ໄວ ​ແລະ ໝັ້ນຄົງ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ, ​ເດັດ​ດຽວ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ. ຮັກສາ​ສັນຕິ​ພາບ, ສະຖຽນ​ລະ​ພາບ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຍົກ​ສູງ​ທີ່​ຕັ້ງ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ ​ແລະ ​ໃນ​ເວທີ​ສາກົນ“.

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ພັກກອມມູນິດຫວຽດນາມ - ảnh 2


ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງກ່າວຄວາມເຫັນທີ່ກອງປະຊຸມໃຫຍ່
(ພາບ:ອິນເຕີແນດ)

        ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​ດັ່ງກ່າວ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ກໍ່​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ຄວາມ​ສາມັກຄີ​ໃນ​ພັກ, ຖື​ວ່າ​ນີ້​ແມ່ນ​ແກ່ນສານ​ແຫ່ງ​ການ​ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ. ພ້ອມ​ກັນ​ນັ້ນ​ຕ້ອງ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກ​ຢ່າງ​ໝັ້ນຄົງ, ​ເພີ່ມ​ທະວີ​ສາຍ​ພົວພັນ​ອັນ​ສະໜິດ​ສະໜົມ​ລະຫວ່າງ​ພັກ ​ແລະ ປະຊາຊົນ.

        “​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ສາຍ​ພົວພັນ​ອັນ​ສະໜິດ​ແໜ້ນ​ລະຫວ່າງ​ພັກ​ກັບ​ປະຊາຊົນ. ​ເຕົ້າ​ໂຮມ, ຂົນຂວາຍ​ປະຊາຊົນ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ​ໃຫ້​ດີ. ​ແກ້​ໄຂ​ຄວາມ​ເຄັ່ງຮ້ອນ, ຂໍ້​ສະ​ເໜີ​ອັນ​ເປັນ​ທຳ​ຂອງ​ປະຊາຊົນ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ. ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ, ສ້າງ​ເປັນ​ຂະ​ບວນການ​ປະຕິວັດ​ຢ່າງ​ກວ້າງຂວາງ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ“.

        ບົນ​ຈິດ​ໃຈ​ນີ້​, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ເຊື່ອ​ໝັ້ນ​ວ່າ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຈະ​ເປັນ​ການ​ເຕົ້າ​ໂຮມ​​ເຈດ​ຈຳນົງ, ພູມ​ປັນຍາ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ, ​ເພື່ອ​ປະຕິບັດສຳ​ເລັດ​ບັນດາ​ໜ້າ​ທີ່​ເຊິ່ງໄດ້​ວາງ​ອອກ, ຕັດສິນ​ທິດ​ທາງ, ຄາດໝາຍ, ໜ້າ​ທີ​່ໃນ​ໄລຍະ 5 ປີ (2016-2020), ກຳນົດ​ທິດ​ທາງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ໃນ​ໄລຍະ 5 ປີ​ຕໍ່ໜ້າ.
ຕໍ່ຈາກນັ້ນ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ເລຮົ່ງແອງ ໄດ້ອ່ານບົດລາຍງານສຳຫຼວດກວດກາຄະນະການນຳ, ການຊີ້ນຳຂອງຄະນະບໍລິຫານງານສູນກາງພັກຊຸດທີ 11.

​​ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນດາ​ຜູ້​ແທນ​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ບັນດາ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12. ຄາດ​ຄະ​ເນ​ວ່າ, ການ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12, ກົມ​ການ​ເມືອງ, ຄະນະ​ເລຂາທິການ, ​ເລຂາທິການ​ໃຫຍ່ ​ແລະ ຫົວໜ້າຄະນະ​ກຳມະການ​ກວດກາ​ສູນ​ກາງ ຈະ​ດຳ​ເນີນ​ໃນ​ວັນ​ທີ 27/1 ຈະມາ​ເຖິງ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຄາດ​ວ່າ​ຈະ​ອັດ​ລົງ​ໃນ​ວັນ​ທີ 28/01 ດ້ວຍ​ການສະ​ເໜີ​ຕົວ​ຂອງທ່ານ​ເລຂາທິການ​ໃຫຍ່​ຊຸດ​ທີ 12 ​ແລະ ບັນດາ​ສະມາຊິກ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກຳມະການ​ກົມ​ການ​ເມືອງ, ຄະນະ​ເລຂາທິການ, ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​ຊຸດ​ທີ 12.

ຂ່າວ/ບົດ​ອື່ນ