ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII, ອາຍຸການ 2023 – 2028

(VOVWORLD) - ດ້ວຍຫົວຂໍ້ວ່າ “ສາມັກຄີ - ປະຊາທິປະໄຕ - ປະດິດຄິດສ້າງ - ຮ່ວມມື - ພັດທະນາ”, ກອງປະຊຸມໃຫຍ່ສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII ໄດ້ມີຜູ້ແທນເກືອບ 1 ພັນຄົນ ທີ່ຕາງໜ້າໃຫ້ສະມາຊິກ, ຊາວກະສິກອນກ່ວາ 10 ລ້ານຄົນໃນທົ່ວປະເທດ ຫວຽດນາມ ເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII, ອາຍຸການ 2023 – 2028 - ảnh 1ສະມາຊິກຊາວກະສິກອນເກືອບ 1.000 ຄົນເຂົ້າຮ່ວມກອງປະຊຸມໃຫຍ່
(ພາບ:ສະມາຄົມຊາວກະສິກອນ)

ຕອນເຊົ້າວັນທີ 26 ທັນວາ, ຢູ່ຮ່າໂນ້ຍ, ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII, ອາຍຸການ 2023 2028. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

        ດ້ວຍຫົວຂໍ້ວ່າ “ສາມັກຄີ - ປະຊາທິປະໄຕ - ປະດິດຄິດສ້າງ - ຮ່ວມມື - ພັດທະນາ”, ກອງປະຊຸມໃຫຍ່ສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII ໄດ້ມີຜູ້ແທນເກືອບ 1 ພັນຄົນ ທີ່ຕາງໜ້າໃຫ້ສະມາຊິກ, ຊາວກະສິກອນກ່ວາ 10 ລ້ານຄົນໃນທົ່ວປະເທດ ຫວຽດນາມ ເຂົ້າຮ່ວມ. ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງເອກະສານສຳຄັນຫຼາຍສະບັບ, ຄື: ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ VII; ຮ່າງກົດລະບຽບສະມາຄົມຊາວກະສິກອນ (ສະບັບເພີ່ມເຕີມ, ປັບປຸງ). ກອງປະຊຸມກໍ່ປຶກສາຫາລືການກຳນົດທິດທາງ, ເປົ້າໝາຍ, ໜ້າທີ່ໃຫ້ທັງອາຍຸການ; ເລືອກຕັ້ງຄະນະບໍລິຫານງານອາຍຸການ 2023 – 2028. ທ່ານ ເລືອງກວັກດວານ, ປະທານສູນກາງສະມາຄົມຊາວກະສິກອນ ຫວຽດນາມ, ໃຫ້ຮູ້ວ່າ:

        “ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ກຳນົດ 3 ເປົ້າໝາຍເພື່ອບຸກທະລຸ. ທີໜຶ່ງແມ່ນຊຸກຍູ້ວິທີການເຕົ້າໂຮມສະມາຊິກ, ຊາວກະສິກອນຢ່າງແຮງ. ທີສອງແມ່ນ ຊຸກຍູ້ປະຊາຊົນເຂົ້າຮ່ວມການພັດທະນາເສດຖະກິດລວມໝູ່. ທີສາມແມ່ນວຽກງານພະນັກງານ, ຕ້ອງປ່ຽນໃໝ່, ຍົກສູງລະດັບຄວາມຮູ້, ທັກສະຂອງພະນັກງານ, ພິເສດແມ່ນພະນັກງານເຮັດວຽກງານຂົນຂວາຍຊາວກະສິກອນ”.

 

ຕອບກັບ

ຂ່າວ/ບົດ​ອື່ນ