ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງປະທານປະເທດເຈືອງເຕີ໋ນຊາງ
ນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເຂົ້າຮ່ວມກອງປະຊຸມໃຫຍ່
(ພາບ: TTXVN)
(vovworld) – ວັນທີ 22/9, ຢູ່ຮ່າໂນ້ຍ, ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບຊຸດທີ 10, ໄລຍະ 2015 – 2020. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ່ຈ້ອງ ພ້ອມກັບບັນດາການນຳພັກ, ລັດ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ 450 ທ່ານ.
ແລະໃນວັນດຽວກັນ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແຄ໋ງຮ່ວາ ຊຸດທີ 17 ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນ ຍາຈາງ. ນີ້ແມ່ນອົງຄະນະພັກຂັ້ນແຂວງ, ນະຄອນທຳອິດຢູ່ພາກກາງຈັດຕັ້ງກອງປະຊຸມໃຫຍ່. ທ່ານ ຫງວຽນເຕີ໋ນຕວນ, ຮອງເລຂາປະຈຳຄະນະພັກແຂວງ ແຄ໋ງຮ່ວາ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ກະກຽມຢ່າງລະອຽດ, ຄົບຖ້ວນ, ຖືກຂັ້ນຕອນ, ຖືກແຜນການໂດຍພື້ນຖານ, ປະຕິບັດຄຳສັ່ງ 36 ຂອງກົມການເມືອງກ່ຽວກັບການຈັດຕັ້ງກອງປະຊຸມໃຫຍ່ພັກຢ່າງເດັດຂາດ. ໃນຊຸມເດືອນຜ່ານມາ, ຄະນະພັກແຂວງໄດ້ຊີ້ນຳໃຫ້ຄະນະພັກທຸກຂັ້ນ ແລະ ຮຽກຮ້ອງທົ່ວປວງຊົນປະກອບຄວາມເຫັນໃສ່ເອກະສານກອງປະຊຸມໃຫຍ່; ປຸກລະດົມຂະບວນການແຂ່ງຂັນຫລາຍຢ່າງ, ຕິດປ້າຍກິດຈະການຕ່າງໆ ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ອົງຄະນະພັກແຂວງຊຸດທີ 17”.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ນິງບິ່ງ ຊຸດທີ 21 ໄລຍະ 2015 – 2020 ກໍດຳເນີນແຕ່ວັນທີ 22 – 24/9 ດ້ວຍເປົ້າໝາຍນຳ ນິງບິ່ງ ກາຍເປັນແຂວງພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ.